ສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ຝລັ່ງ

ສະເຫຼີມສະຫຼອງ60ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ຝລັ່ງ - ảnh 1
ພິທີສະ​ເຫຼີ​ມສະຫຼອງ 60​ ປີ​ແຫ່ງ​ວັນ​
ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ຝລັ່ງ
(ພາບ: qdnd.vn)


​(vovworld) - ວັນ​ທີ 27/06, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຝລັ່ງ ປະຈຸ​ບັນ​ແມ່ນ​ສະມາຄົມ​ມິດ​ຕະພາບ ​ແລະ ຮ່ວມມື​ຫວຽດນາມ - ຝລັ່ງ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼິມສະຫຼອງ 60 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ (02/07/1955 – 02/07/2015) ​ແລະ ວາງສະ​ແດງ​ບັນດາ​ພາບ, ຮູບ​ຖ່າຍ​ເອກະສານ​ດ້ວຍ​ຫົວ​ຂໍ້ “ຫວຽດນາມ - ​ໂຮ່ຈິ​ມິນ: ນ້ຳ​ໃຈ​ສາມັກຄີ​ຫວຽດນາມ - ຝລັ່ງ”. ຜ່ານ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ສະມາຄົມ​ໄດ້ປະກ​ອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂ​ົ້າ​ໃນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ, ພິ​ເສດ​ແມ່ນ​ໃນ​ໜ້າ​ທີ່​ຂົນຂວາຍ​ປະຊາຊົນ​ຝລັ່ງ ສາມັກ​ຄີ, ສະໜັບສະໜູນ, ຊ່ວຍ​​ເຫຼືອ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່​ສູ້, ຍາດ​ເອົາ​ເອກະລາດ, ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປ​ັນ​ເອກະ​ພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສ.ຝລັ່ງ ປະຈຳ​ຫວຽດນາມ Jean Noel Poirier ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ​ຝລັ່ງ ປະຈຳ​ຫວຽດນາມ ຈະ​ສືບ​ຕໍ່​ສະໜັບສະໜູນ ​ແລະ ພ້ອມ​ກັບ​ສະມາຄົມ​ມິດ​ຕະພາບ​ຫວຽດນາມ ກໍ່ສ້າງ ​ແລະ ຜັນ​ຂະ​ຫຍາ​ຍການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ປະກອບ​ສ່ວນ​ຊຸກ​ຍູ້ການ​ພົວພັນ, ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ປະຊາຊົນ 2 ປະ​ເທດ..

ຂ່າວ/ບົດ​ອື່ນ