ສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງແລະ40ປີແຫ່ງວັນປົດປ່ອຍແຂວງກວາງນາມ

ສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງແລະ40ປີແຫ່ງວັນປົດປ່ອຍແຂວງກວາງນາມ - ảnh 1
ທ່ານ​ເລ​ຮົ່ງ​ແອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: VGP/Thế Phong)

(vovworld) –  ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​​ອົງຄະ​ນະ​ພັກ​ແຂວງ​ ແລະ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ກວາງ​ນາມ ຈັດ​ຂຶ້ນ​ໃນ​ຕອນຄ່ຳ​ວັນ​ທີ 24/3, ຢູ່​ສະ​ໜາມຫຼວງ​ອະ​ນຸ​​ສາ​ວະ​ລີ​ແມ່ ຫວຽດ​ນາມ ວິ​ລະ​ຊ​ົນ, ນະ​ຄອນ ຕາມ​ກີ, ທ່ານ ເລ​ເຟືອກ​ແທງ, ​ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຢັ້ງ​ຢືນ ໄຊ​ຊ​ະ​ນະ​ໃນວັນ​ທີ 24/3/1975 ແມ່​ນສັນ​ຍາ​ລັກທີ່​ແຈ້ງ​ສະ​ຫວ່າງຂອງ​ລັດ​ທິ​ຮັກ​ຊາດ, ແມ່ນ​ຂີດ​ໝາຍ​ດີ​ເດັ່ນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ແຂວງ ກວາງ​ນາມ. ໄຊ​ຊະ​ນະ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​​ໃນໄຊ​ຊະ​ນະ​ລວມ​ຂອງ​ທົ່ວ​ປະ​ເທດ​ໃນ​ວັນ​ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975. ໃນ​ຕະ​ຫຼອດ 40 ປີ​ຜ່ານ​ມາ, ​ອົງຄະ​ນະ​ພັກ​ ແລະ ປະ​ຊາ​ຊ​ົນ​ແຂວງ ກວາງ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ມູນ​ເຊຶ້ືອ​​ປະ​ຕິ​ວັດ, ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ. ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ ເລ​ຮົ່ງ​ແອງ ເນັ້​ນ​ໜັກ​ວ່າ: ພັກ ແລະ ລັດ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ແຂວງ ກວາງ​ນາມ ພາຍຫຼັງ 40 ປີ​ໄດ້​ຮັບ​ການ​ປົດ​ປ່ອຍ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ໃໝ່:

        “ແຂວງ ກວາງ​ນາມ ຕ້ອງ​ຊາບ​ຊຶມ ແລະ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ເຊິ່ງ​ສູນ​ກາງ​ພັກ ແລະ ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ຜັນ​ຂະ​ຫຍາຍກ​ຳ​ລັງ​ພາຍ​ໃນ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ແລະ ໜັກ​ແໜ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ. ແຂວງ ຕ້ອງ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ລະ​ດົມ ແລະ ນຳ​ໃຊ້​​ບັນ​ດາ​ແຫຼ່ງ​ກຳ​ລັງຢ່າງມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ການ​ນຳ​ໃຊ້​​ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢ​ີ ແລະ ຍົ​ກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ກຳ​ລັງ​ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕາມ​ທິດ​ທັນ​ສະ​ໄໝ.”

 

ຂ່າວ/ບົດ​ອື່ນ