ສະເຫຼີມສະຫຼອງວັນກຳມະກອນສາກົນ ແລະ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ຢູ່ມາກາວ
(ພາບປະກອບ)
(vovworld) – ວັນທີ 01/05, ພໍ່ແມ່ຊາວຫວຽດນາມ ອາໄສຢູ່ເຂດປົກຄອງພິເສດມາກາວ (ຈີນ) ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2015) ແລະ 129 ປີແຫ່ງວັນກຳມະກອນສາກົນ (01/05/1886 – 01/05/2015). ກ່າວຄຳເຫັນທີ່ພິທີ, ຫົວໜ້າກົງສູນສະຖານທູດຫວຽດນາມ ປະຈຳຮົ່ງກົງ ແລະ ມາກາວ ຮ່ວາງຈິ໋ຈຸງ ຢືນຢັນວ່າ: ໄຊຊະນະລະດູບານໃໝ່ 1975 ແມ່ນໄຊຊະນະອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ. ທ່ານ ຮ່ວາງຈິ໋ຈຸງ ໄດ້ທົບທວນຄືນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນໃນຂົງເຂດການທູດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ເນື່ອງໃນໂອກາດນີ້, ທ່ານ ຮ່ວາງຈິ໋ຈຸງ ກໍປາດຖະໜາວ່າ, ບັນດາກຳມະກອນຫວຽດນາມ ຢູ່ ມາກາວ ສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນໃຫ້ແກ່ປະເທດຊາດຫຼາຍກວ່າອີກ.