ສະເຫຼີມສະຫຼອງວັນຊາດສະວິດ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສະວິດ

(VOVWORLD) -ຜ່ານ 730 ປີແຫ່ງວັນສ້າງຕັ້ງ, ພັດທະນາ, ສະວິດ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດດ້ວຍຜົນງານພົ້ນເດັ່ນຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ ກໍຄືຄຸນນະພາບຂອງການດຳລົງຊີວິດ.
ສະເຫຼີມສະຫຼອງວັນຊາດສະວິດ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສະວິດ - ảnh 1ທ່ານນາງ ຫງວຽນທິຮົ່ງ ມອບຂອງວັນທີ່ລະນຶກໃຫ້ແກ່ທ່ານ Ignazio Cassis
(ພາບ: TTXVN)

ຕອນຄ່ຳວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງ 730 ປີແຫ່ງວັນຊາດສະວິດ (1291 – 2021); 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ສະວິດ (1971-2021). ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດສະວິດ Ignazio Cassis, ພວມຢູ່ຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 04 – 08 ສິງຫາ 2021. ໂດຍຕາງໜ້າໃຫ້ລັດຖະບານຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານນາງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ຫງວຽນທິຮົ່ງ ເນັ້ນໜັກວ່າ, ຜ່ານ 730 ປີແຫ່ງວັນສ້າງຕັ້ງ, ພັດທະນາ, ສະວິດ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດດ້ວຍຜົນງານພົ້ນເດັ່ນຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ ກໍຄືຄຸນນະພາບຂອງການດຳລົງຊີວິດ. ສ່ວນທ່ານຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດສະວິດ Ignazio Cassis ຢືນຢັນວ່າ, ໂລກມີການປ່ຽນແປງ ແຕ່ການພົວພັນສະໜິດແໜ້ນລະຫວ່າງ 2 ປະເທດຍັງຮັກສາໄວເໝືອນເດີມ. ເນື່ອງໃນໂອກາດນີ້, ທ່ານ Ignazio Cassis, ໄດ້ສະໜັບສະໜູນການອອກແບບ ແລະ ກໍ່ສ້າງ “ຫ້ອງປຶກສາຫາລື ເຊີແນວ”, ຕັ້ງໃນຕຶກອາຄານໃໝ່ຂອງສະຖາບັນພົວພັນກັບຕ່າງປະເທດ, ກະຊວງການຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ວຽກງານບຳລຸງສ້າງ, ສິດສອນ, ຄົ້ນຄວ້າແຖວໜ້າກ່ຽວກັບການພົວພັນສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ