ສະ​ເໜີ​ຕົວ​ອົງການ ສສຊ ມິດຕະພາບສະພາ​ແຫ່ງ​ ຫວຽດນາມ ​ຊຸ​ດທີ່ 13

 ສະ​ເໜີ​ຕົວ​ອົງການ ສສຊ ມິດຕະພາບສະພາ​ແຫ່ງ​ ຫວຽດນາມ ​ຊຸ​ດທີ່ 13 - ảnh 1
(ພາບ : TTXVN)

ຕອນ​ຄໍ່າ​ວັນ​ທີ່ 23 ພະຈິກ​ຢູ່ ຮ່າ​ໂນ້ຍ, ​​ໄດ້ຈັດ​ພິທີ​ປະກາ​ດຂໍ້​ຕົກລົງ​ສ້າງ​ຕັ້ງ ​ແລະ ສະ​ເໜີ​ຕົວ​ອົງການ ສສຊມິດຕະພາບສະພາ​ແຫ່ງ​ ຫວຽດນາມ ​ຊຸ​ດທີ່ 13. ອົງການ​ ສສຊ​ ມິດ​ຕະພາບ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນດ້ວຍ 46 ກຸ່ມ, ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ, ສສຊ ຫວຽດນາມ ກັບລັດຖະສະພາ ​ແລະ ສສຊ ​ບັນດາ​ປະ​ເທດ. ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ຕິ​ຟ໋ອງ ​ເປັນ​ປະທານ​ອົງການ​ ສສຊ ມິດ​ຕະ​ພາບ ຫວຽດນາມ ກັບ​ບັນດາ​ປະ​ເທດ. ກ່າວ​ຄຳ​ເຫັນ​ໃນ​ພິທີ​ສະ​ເໜີ​ຕົວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ສິງ​ຮູ່ງ ​ໄດ້​ຢືນຢັນວ່າ ​ເລື່ອງ​ສ້າງ​ຕັ້ງ​ອົງການ ສສຊ ມິດຕະພາບ ຫວຽດນາມ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ 13 ​ແມ່ນ​ເຫດການ​ມີທີ່​ຄວາມໝາຍ​ສຳຄັນ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກໍ່​ຄື​ການ​ພົວພັນກັບ​ຕ່າງປະ​ເທດ​ຂອງ ຫວຽດນາມ.                                                   

“ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຸ່ມ ສສຊ ມິດຕະພາບ​ໃນ​ອາຍຸ​ການຂອງສະພາ​ແຫ່ງ​ຊາດ​ຜ່າ​ນມາ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່ສຳຄັນ​ໃນ​ວຽກງານການ​ທູດຂອງລັດຖະສະພາ. ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ອົງການ ສສຊ ມິດຕະພາບຈະ​ປະກອບສ່ວນຢ່າງ​ແທ້​ຈິງເຂົ້າ​ໃນ​ການ​ພັດທະນາ​ການ​ທູດ​ລັດຖະສະພາ​ຂອງ ຫວຽດນາມ, ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນ​ດາ​ປະ​ເທດ ”​.

ຂ່າວ/ບົດ​ອື່ນ