ສ້າງກຳລັງປະກອບອາວຸດຮ່າໂນ້ຍເປັນກຳລັງຫຼວງ,ຍອດຢ້ຽມ,ທັນສະໄໝເທື່ອລະກ້າວ

ສ້າງກຳລັງປະກອບອາວຸດຮ່າໂນ້ຍເປັນກຳລັງຫຼວງ,ຍອດຢ້ຽມ,ທັນສະໄໝເທື່ອລະກ້າວ - ảnh 1
(ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ)

(vovworld)- ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຄົບ​ຮອບ 70 ປີ (18/10/1946-18/10/2016) ໄດ້​ດຳ​ເນີນ ໃນ​ຕອນ​ເຊົ້າ ວັນ​ທີ 18/10 ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນຫຼວງ ເປັນ​ເຈົ້າ​ການ​ເສ​ນາ​ທິ​ການ​ໃຫ້​ການ​ນຳ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຊີ້​ນຳ​ໜ້າ​ທີ່​ປ້ອງ​ກັນ​ຊາດ ແລະ ​ການທະ​ຫານ​ທ້ອງ​ຖິ່ນ.

        “ສຸມ​ໃສ່​ກໍ່​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນຫຼວງ ​ເປັນ​ກຳ​ລັງຫຼວງ, ທີ່ຍອດ​ຢ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ມີ​ຄຸນ​ນະ​ພາບສັງ​ລວມ ແລະ ກຳ​ລັງ​ສູ້ຮົບ​ສູງ. ຈັດ​ຕັ້ງ​ກຳ​ລັງ​ໃຫ້ກະ​ທັດ​ລັດ, ​ແບບ​ເຄື່ອນ​ທີ່, ເປັນ​ກຳ​ລັງຫຼວງ, ​ມີ​ກົດ​ລະ​ບ​ຽບ​​ຢ່າງ​ເຂັ້ມ​ງວດ, ປະ​ກອບ​ອຸ​ປະ​ກອນ​ນັບ​ມື້​ນັບ​ທັນ​ສະ​ໄໝ. ຍົກ​ສູງ​ຄຸນ​ນະ​ພາບ​ການ​ຝຶກຊ້ອມ, ກຳ​ລັງຄວາມ​ສາ​ມາດ​ໃນ​​ການ​ບັນ​ຊາ, ວຽກ​ງານ​ເສ​ນາ​ທິ​ການ, ຮັບ​ປະ​ກັນ​ພາ​ລາ​ທິ​ການ, ​ດ້ານເຕັກ​ນິກ. ​ສ້າງ​ກຳ​ລັງ​ທະ​ຫານ​​ລາດ​, ກຳ​ລັງ​ສຳ​ຮອງ​ເພື່ອ​ເຂົ້າ​ຮ່ວມ​ສູ້​ຮົບ​​ແຮງ ແລະ ມີ​ປະ​ສິດ​ທິ​ຜົນ ”.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ມອບ​ຫຼຽນ​ໄຊ​​ພິ​ລະ​ອາດ​ຫານ ຊັ້ນ 1 ໃຫ້​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ