ສ້າງຄວາມໄວ້ເນື້ອເຊື່ອໃຈ,ມາດຕະການທີ່ສຳຄັນເພື່ອຮັກສາສັນຕິພາບແລະສະຖຽນລະພາບຢູ່ອາຊີ

ສ້າງຄວາມໄວ້ເນື້ອເຊື່ອໃຈ,ມາດຕະການທີ່ສຳຄັນເພື່ອຮັກສາສັນຕິພາບແລະສະຖຽນລະພາບຢູ່ອາຊີ - ảnh 1
ປະຊຸມ​ສຳ​ມະ​ນາ “ ສ້າ​ງ ຄວາມ​ໄວ້​ເນືອ​ເຊື່ອ​ໃຈ​ຢູ່ ອາຊີ ”
(ພາບ: qdnd.vn)

(vovworld) ​ ​ ຕອນ​ເຊົ້າ​ວັນ​ທີ 4/12, ຢູ່​ຮ່າ​ໂນ້ຍ, ສະຖານທູດ ຍີ່ປຸ່ນ ປະ​ຈຳ ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂຶ້ນ​ກັບສະພາ​ມະຫາບັນ​ດິດ​ວິທະຍາສາດ - ສັງຄົມ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ ສ້າ​ງ ຄວາມ​ໄວ້​ເນືອ​ເຊື່ອ​ໃຈ​ຢູ່ ອາຊີ ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Hiroshi Fukada ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຖື​ວ່າ: ຊຸກຍູ້​ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ​ມີ​ບົດ​ບາດ​ສຳຄັນ ​ເພື່ອ​ມີສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ - ປາຊີ​ຟິກ. ​ໃນ​ສະພາວະ​ປະຈຸ​ບັນສະພາບ​ການ​ພວມ​ມີ​ບັນດາ​ການ​ຜັນ​ແປ່ ​ແລະ ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ, ອາ​ຊຽນ ຄວນ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ຂອງ​ຕົນ​ກ່ວາ​ອີກ, ​ໂດຍ​ຜ່ານ​ບັນດາ​ເວທີ​ປາ​ໄສ ​ແລະ ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍ ​ທີ່ມີ​ຢູ່​ແລ້ວ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທ້ຈິງ, ມຸ່ງ​ໄປ​ເຖິງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ Hiroshi Fukada ຢືນຢັນ​ວ່າ: ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ ​ແລະ ​ໃນ​ໂລກ ນັ້ນ​ແມ່ນ​ປະຖົມ​ປັກດໃຈ​ສຳຄັນ​​ເພື່ອໃຫ້ການ​ພັດທະນາ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ວັດທະນາ​ຖາວອນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ຂ່າວ/ບົດ​ອື່ນ