ສ້າງ​ທ່າ​ເປັນ​ເຈົ້າ​ການ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) -ວັນທີ 5 ສິງຫາ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານເລຮ່ວາຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບການນຳແຂວງຈ່າວິງກ່ຽວກັບວຽກງານການຕ່າງປະເທດ.
ສ້າງ​ທ່າ​ເປັນ​ເຈົ້າ​ການ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1ທ່ານເລຮ່ວາຍຈຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ (ພາບ: travinh.gov.vn

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຮ່ວາຍຈຸງ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ຈະໜູນຊ່ວຍແຂວງຈ່າວິງໃນການສຳຜັດກັບບັນດາຫ້ອງການຕາງໜ້າ, ສະຫະສະມາຄົມວິສາຫະກິດ ແລະ ສະຖານທູດບັນດາປະເທດປະຈຳຫວຽດນາມເພື່ອເຊື່ອມຕໍ່ກັບບັນດາທ້ອງຖິ່ນ, ວິສາຫະກິດຕ່າງປະເທດ ຮຽກຮ້ອງດຶງດູດການລົງທຶນເຂົ້າບັນດາໂຄງການຈຸດສຸມທີ່ມີລັກສະນະໄດ້ປຽບສູງ. ທ່ານຮອງລັດຖະມົນຕີໄດ້ສະເໜີໃຫ້ການນຳແຂວງຈ່າວິງສືບຕໍ່ຄົ້ນຄ້ວາປະຕິບັດບັນດານະໂຍບາຍບຸລິມະສິດ, ສ້າງຂໍ້ກຳນົດການລົງທຶນລວມຂອງທ້ອງຖິ່ນ ເພື່ອແນໃສ່ສ້າງທ່າໄດ້ປຽບເປັນເຈົ້າການໃນການຕ້ອນຮັບບັນດານັກລົງທຶນຕ່າງປະເທດເມື່ອມາຊອກຮູ້, ສຳຜັດກັບສະພາບແວດລ້ອມແຫ່ງການລົງທຶນ ຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ