ສ້າງມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ເປັນມະຫາວິທະຍາໄລ ກ້າວໜ້າ

ສ້າງມະຫາວິທະຍາໄລ ອຸດສາຫະກຳຮ່າໂນ້ຍ ເປັນມະຫາວິທະຍາໄລ ກ້າວໜ້າ - ảnh 1 

(ພາບ: nguyentandung.org )

(vovworld)-​​​​ ​ ​ ຕອນບ່າຍວັນທີ 1/11, ໄດ້ຈັດພິທີສະເຫຼີມສະຫຼອງ 115 ປີແຫ່າງວັນມູນເຊື້ອມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ (1898-2013) ແລະ ຕອນຮັບຫຼຽນໄຊໂຮ່ຈິມິນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນ ເຕິນຢຸງ ຮຽກຮ້ອງ​ໃຫ້ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ ຕ້ອງ​ຊາບ​ຊືມມະຕິ​ສູນ​ກາງ​ພັກ​ເພື່ອ​ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ​ເພີ່ມ​ທະວີ​ການຄົ້ນຄ້ວາ, ນຳ​ໃຊ້ ​ແລະ ຖ່າຍ​ຖອດ​ວິທະຍາສາດເຕັກ​ໂນ​ໂລ​ຊີ. ຄຽງ​ຄູ່​ກັນນັ້ນ, ທ່ານນາຍົກລັດຖະມົນຕີຫງວຽນ ເຕິນຢຸງ ຍັງ​ຮຽກຮ້ອງ​ໃຫ້​ທາງ​ໂຮງຮຽນ ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ, ວິຊາ​ການ ​ແລະ ຄຸນສົມບັດ​ຂອງຖັນ​ແຖວ​ພະນັກງານ, ຄູ​ອາຈານ​, ສູ້​ຊົນ​ເພີ່ມ​ອັດຕາ​ສ່ວນ​ຄູ​ອາ​ຈານ​ມີ​ລະດັບ​ຄວາມ​ຮູ້​ສູງ ​ແລະ ຖື​ນັກ​ສຶກສາ​ແ​ມ່ນ​ໃຈກາງ​ໃນ​ວຽກ​ງານ​ບຳລຸງ​ສ້າງ. ​ເພີ່ມ​ທະວີວຽກ​ງານ​ຮ່ວມ​ມື​ກັບ​ສາກົນ​ເພື່ອ​ຍາດ​ແຍ່ງ​ແຫຼ່ງກຳລັງ, ຄວາມ​ຮູ້​ດ້ານວິທະຍາສາດເຕັກ​ໂນ​ໂລ​ຊີກ້າວໜ້າ, ​ເປີດ​ກ້ວາງ​ບັນດາ​ຮູບ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ກັບ​ບັນດາ​ວິ​ສາ​ຫະກິດ, ຮັບປະກັນ​ຄຸນ​ນະພາ​ບຂອງ​ນັກ​ສຶກສາ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ