ສ້າງມະຫາວິທະຍາໄລຫວຽດນາມ-ເຢຍລະມັນໃຫ້ກາຍເປັນຮູບແບບມະຫາວິທະຍາໄລແບບໃໝ່

ສ້າງມະຫາວິທະຍາໄລຫວຽດນາມ-ເຢຍລະມັນໃຫ້ກາຍເປັນຮູບແບບມະຫາວິທະຍາໄລແບບໃໝ່ - ảnh 1
ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ
(ພາບ: TTXVN)

(vovworld)- ​​ທີ່​ພິ​ທີ​​ເປີດ​ສົກ​ຮຽນ​ໃໝ່ 2015-2016 ຂອງ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ-ເຢຍ​ລະ​ມັນ, ຢູ່​ນະ​ຄອນໃໝ່ ແຂວງ​ບິງ​ເຢືອງ ເຊິ່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/10.  ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ ໄດ້ຢັ້ງ​ຢືນ​: ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ-ເຢຍ​ລະ​ມັນ​ໃຫ້​ກາຍ​ເປັນ​ຮູບ​ແບບ​ມະ​ຫາ​ວິ​ທະ​ຍາ​ໄລ​ແບບ​ໃໝ່. ລັດ​ຖະ​ບານ​ຫວຽດ​ນາມ ແລະ ລັດ​ຖະ​ບານ​ເຢຍ​ລະ​ມັນ ພ້ອມ​ກັນ​ຕັດ​ສິນ​ໃຈ​ກໍ່​ສ້າງ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ. ເປັນ​ໂຄງ​ການ​ແບບ​ຢ່າງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ. ດ້ວຍ​ເຫດນັ້ນ ສອງ​ຝ່າຍ​ຈະ​ພ້ອມ​ກັນ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ-ເຢຍ​ລະ​ມັນ​ກາຍ​ເປັນ​ຮູບ​ແບບ​ການ​ສຶກ​ສາ ມີ​ບົດ​ບາດ​ຊຸກ​ຍູ້​ລະ​ບົບ​ບຳ​ລຸງ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ​ໃຫ້​ມີ​ການປ່ຽນ​ໃໝ່​ໂດຍ​ພື້ນ​ຖານ, ຮອບ​ດ້ານ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​​ບົດ​ບາດການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ​ໃຫ້​ເທົ່າ​ທຽມ​ກັບ​ພາກ​ພື້ນ ແລະ ສາ​ກົນ. ພາຍຫຼັງ 7 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ-ເຢຍ​ລະ​ມັນ ໄດ້ ແລະ ພວມ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ປະ​ລິນຍາ​ໂທ, ປະ​ລິຍາຕີ ​ຕາມ​ມາດ​ຖານ​ສາ​ກົນ ກວ່າ  1.800 ຄົນ. ​​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວມີ​ຫ້ອງ​ທົດ​ລອງທັນ​ສະ​ໄໝ 17 ຫ້ອງ ຄື: ຫ້ອງ​ທົດ​ລອງ Robot, ຫ້ອງ​ທົດ​ລອງ​ອັດ​ຕະ​ໂນ​ມັດ, ຫ້ອງ​ທົດ​ລອງ​ຄວາມ​ໄວ​ໃນ​ການ​ຈຳ​ລອງ​ການ​ຄິດ​ໄລ່ ໃຫ້​ຂະ​ແໜງ​ຄິດ​ໄລ່​ເຕັກ​ນິກ.

ຂ່າວ/ບົດ​ອື່ນ