ສ້າງສະພາບແວດລ້ອມການສຶກສາເພື່ອໃຫ້ຊາວໜຸ່ມມີສະຕິປະດິດສ້າງ, ບຶນຕົວຂຶ້ນກໍ່ຮ່າງສ້າງຕົວ

ສ້າງສະພາບແວດລ້ອມການສຶກສາເພື່ອໃຫ້ຊາວໜຸ່ມມີສະຕິປະດິດສ້າງ, ບຶນຕົວຂຶ້ນກໍ່ຮ່າງສ້າງຕົວ - ảnh 1
ພິທີມອບລາງວັນໃຫ້ແກ່ຊາວໜຸ່ມທີ່ດີເດັ່ນ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​​ຕອນ​ຄຳ່​ວັນ​ທີ 28/6, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ໝູ່​ຄະນະ, ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ປະຕິບັດ​ຂະບວນການ “ 5 ປະຈັນບານ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”, “4 ການ​ເຄື່ອນ​ໄຫວ​ພ້ອມ​ກັບ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ” ​ແລະ ວຽກ​ງານ​ສ້າງ​ຄະນະ​ຊາວ​ໜຸ່ມ​ອາຍຸ​ການ 2007 – 2012. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ Nguyen Thien Nhan ຊີ້​ແຈງ​ວ່າ: 2 ຂະ​ບວນການ “ 5 ປະຈັນບານ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”, “4 ການ​ເຄື່ອນ​ໄຫວ​ພ້ອມ​ກັບ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ” ກ້າວ​ເຂົ້າ​ສູ່​ຊີວິດ​ຈະ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ມີ​ຫົວຄິດປະດິດ​ສ້າງ​ຂອງ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ, ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ດ້ວຍຄວາມ​ດຶງ​ດູດ ​ແລະ ​ກຳລັງແຜ່​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ, 2 ຂະ​ບວນການດັ່ງກ່າວ​ຈະ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ຢ່າງ​ຕັ້ງໜ້າ​ໃນ​ການ​ສຶກສາ​ຊາວ​ໜຸ່ມ​ມີ​ສະຕິ​ປະດິດ​ສ້າງ, ບຶນ​ຕົວ​ຂຶ້ນ​ກໍ່​ຮ່າງ​ສ້າງ​ຕົວ. ຜ່ານ​ການ​ຜັນ​ຂະຫຍາຍ​ຂະ​ບວນການ, ​ໄດ້​ພົບ​ເຫັນ​ສະມາຊິກ​ຊາວ​ໜຸ່ມ​ຫຼາຍ​ຄົນ​ທີ່​ດີ​ເດັ່ນ​ດ້ວຍ​ວິທີ​ເຮັດທີ່​ດີ, ຮູບ​ແບບ​ທີ່ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້​ອງຖິ່ນຕັ້ງໜ້າ​ໜູນ​ຊ່ວຍ​ປະຕິບັດ​ບັນດາ​ຂະບວນການ​ຊາວ​ໜຸ່ມ, ປະກອບ​ສ່ວນ​ສ້າງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໃຫ້ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂ​ງ.

ຂ່າວ/ບົດ​ອື່ນ