ສ້າງສຳເລັດເສັ້ນທາງດ່ວນກຸນໝິງ - ລາວກາຍ ໂດຍໄວ

ສ້າງສຳເລັດເສັ້ນທາງດ່ວນກຸນໝິງ - ລາວກາຍ ໂດຍໄວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ
​ຕ້ອນຮັບ​ທ່ານ​ຮອງ​ເຈົ້າ​​ແຂວງ ​ແຂວງ​ຢວນ​ໜານ (ປະ​ເທດ​ຈີນ) ຫຼີວຮຸ່ງ​ອຽນ
(ພາບ: vietnamplus.vn)


(vovworld) -     ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ເຈົ້າ​​ແຂວງ ​ແຂວງ​ຢວນ​ໜານ (ປະ​ເທດ​ຈີນ) ຫຼີວຮຸ່ງ​ອຽນ, ເມື່ອຕອນ​ບ່າຍ​ວັນ​ທີ 05/03, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ​ໄດ້​ສະ​ແດງ​ຄວາມ​ມ່ວນ​ຊື່ນ​ຕໍ່ສາຍພົວພັນ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຈີ​ນ ​ເວົ້າ​ລວມ ​ແລະ ສຳລັບ​ແຂວງຢວນ​ໜານ ​ເວົ້າ​ສະ​ເພາະ ທີ່​ພວມ​​ໄດ້ຮັບ​ການ​ພັດທະນາ​ນັບ​ມື້​ນັບດີງາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ​ເພື່ອ​ຍູ້​ແຮງ​ການ​ພັດທະນາ, ການຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ 2 ປະ​ເທດ​ຢ່າງ​ແຮງ​ກວ່າ​ອີກ, ຫວຽດນາມ ຈະ​ກໍ່ສ້າງສຳ​ເລັດ​ເສັ້ນທາງ​ດ່ວນ​ຮ່າ​ໂນ້ຍ - ຈີນ ​ໃນ​ປີ 2014 ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍສະ​ເໜີ​ໃຫ້​ຝ່າຍ​ຈີນ ກໍ່ສ້າງ​ເສັ້ນທາງ​ດ່ວນ​ຈາກກຸນໝິງ ​​ໄປ ລາວ​ກາຍ ​​ໃຫ້​ສຳ​ເລັດໂດຍ​ໄວ, ​ເພື່ອ​​ໃຫ້ເສັ້ນທາງ​ການ​ຄ້າ​ນຳ​ເຂົ້າ​ໃຊ້​ການ​ໂດຍ​ໄວ. ທ່ານ ຮອງ​ເຈົ້າ​​ແຂວງ ​ແຂວງ​ຢວນ​ໜານ ຫຼີວຮຸ່ງ​ອຽນ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດ​ມະ​ນາ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ 2 ປະ​ເທດ, ບັນດາ​ບັນຫາ​ຄື ພື້ນຖານ​ໂຄງ​ລ່າງ​ຈະ​ໄດ້​ຮັບ​ການ​ປັບປຸງ​ໂດຍ​ໄວ ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ​ແລກປ່ຽນ​ການ​ຄ້າ​ໃນ​​ໄລຍະ​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ