“ສ້າງອະນາຄົດທີ່ສົດໃສ” ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ

(VOVWORLD) - ລາຍການລວມມີບັນດາສາລະຄະດີ, ການພົບປະແລກປ່ຽນກັບຜູ້ປະສົບເຄາະຮ້າຍ, ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນຳມາໃຫ້ຜູ້ຊົມການສັງເກດຢ່າງແທດຈິງທີ່ສຸດກ່ຽວກັບຜົນຮ້າຍທີ່ໜັກໜ່ວງຂອງທາດພິດສີສົ້ນໃນສົງຄາມຢູ່ ຫວຽດນາມ.
“ສ້າງອະນາຄົດທີ່ສົດໃສ” ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ - ảnh 1ທີ່ງານພົບປະແລກປ່ຽນ - ສິລະປະ “ສ້າງອະນາຄົດທີ່ສົດໃສ”
(ພາບ: qdnd.vn)

        ຕອນຄ່ຳວັນທີ 08 ສິງຫາ, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ສົມທົບກັບຫ້ອງວ່າການອົງການຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ ແລະ ທາດເຄມີຫຼັງສົງຄາມຢູ່ ຫວຽດນາມ (ຫ້ອງການ 701), ສູນກະຈາຍສຽງ - ໂທລະພາບກອງທັບ ໄດ້ຈັດງານພົບປະແລກປ່ຽນ - ສິລະປະ “ສ້າງອະນາຄົດທີ່ສົດໃສ”. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 63 ປີແຫ່ງວັດວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2024), ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ (10 ສິງຫາ) ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (2004 – 2024).

        ລາຍການລວມມີບັນດາສາລະຄະດີ, ການພົບປະແລກປ່ຽນກັບຜູ້ປະສົບເຄາະຮ້າຍ, ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນຳມາໃຫ້ຜູ້ຊົມການສັງເກດຢ່າງແທດຈິງທີ່ສຸດກ່ຽວກັບຜົນຮ້າຍທີ່ໜັກໜ່ວງຂອງທາດພິດສີສົ້ນໃນສົງຄາມຢູ່ ຫວຽດນາມ. ເນື້ອໃນຂອງລາຍການກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມມານະພະຍາຍາມຂອງພັກ, ລັດ, ອົງການຈັດຕັ້ງສະມາຄົມທຸກຂັ້ນ, ພ້ອມກັບການສະໜັບສະໜູນ, ໜູນຊ່ວຍຂອງປະຊາຊົນ, ເພື່ອນມິດສາກົນໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ.

ຕອບກັບ

ຂ່າວ/ບົດ​ອື່ນ