ສານຊົມເຊີຍພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງພັກແຮງງານສປປ.ເກົາຫຼີ

ສານຊົມເຊີຍພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງພັກແຮງງານສປປ.ເກົາຫຼີ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​
ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ)


(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ພັກແຮງງານສປປ.ເກົາຫຼີ (10/10/1945 – 10/10/2015), ວັນ​ທີ 07/10, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ເລຂາ​ທີ​ໜຶ່ງ​ພັກ​ແຮງ​ງານ​ສປປ.​ເກົາຫຼີ, ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ​ສປປ.​ເກົາຫຼີ Kim Jong un. ​ໃນ​ສານ​ຊົມ​ເຊີຍມີ​ຕອນ​ຂຽນ​ວ່າ “​ໃນ​​ໄລ​ຍະ 70 ປີຜ່ານມາ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ແຮ​ງງານ​ສປປ.​ເກົາຫຼີ ໂດຍ​ທ່ານປະທານ Kim Il Sung ກໍ​ຕັ້ງ, ທ່ານ​ເລຂາທິການ​ໃຫຍ່ Kim Jong il ​ແລະ ທ່ານ​ເລຂາ​ຜູ້ທີ​ໜຶ່ງ Kim Jong un ສືບ​ທອດ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ສປປ.​ເກົາຫຼີ ບັນລຸ​​ໄດ້​ບັນດາ​ຜົນງານ​ອັນ​ຍິ່ງ​ໃຫຍ່. ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນຫວຽດນາມ ຂໍ​ອວຍພອນ​ພັກ​ແຮງ​ງາ​ນສປປ.​ເກົາຫຼີ ​ແລະ ປະຊາຊົນ ສປປ.​ເກົາຫຼີ ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນ​ພາລະກິດ​ສ​້າງສາ ​ແລະ ປົກ​ປັກ​ຮັກສາ​ປ​ະ​ເທ​ດສປປ.​ເກົາຫຼີ ສັງຄົມ​ນິຍົມ​ສັນ​ຕິ​ພາບ, ວັດ​ທະນາ​ຖາ​ວອນ. ຂໍ​ອວຍພອນ​ໃຫ້ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ສປປ.​ເກົາຫຼີ ​​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ປະກອບສ່ວນ​ເຂົ້າ​​ໃນ​ສັນ​ຕິ​ພາບ, ການ​ຮ່ວ​ມມື ​ແລະ ການພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ…”.

ຂ່າວ/ບົດ​ອື່ນ