ສຳນັກຂ່າວສານ ຫວຽດນາມ ອຸປະຖຳວຽກງານສື່ສານລາຍການ ຫວຽດນາມ - ລາວ.


ສຳນັກຂ່າວສານ ຫວຽດນາມ ອຸປະຖຳວຽກງານສື່ສານລາຍການ ຫວຽດນາມ - ລາວ. - ảnh 1
ພາບປະກອບ:vietnamplus.vn

(vovworld)- ຕອບ​ສະຫນອງ​ລາຍການ “ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນາ​ຍາດ​ກ່ຽວ​ກັບ​ການ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຫວຽດນາມ - ລາວ”, ສຳນັກ​ຂ່າວສານ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຈະ​ອຸປະຖຳ​ວຽກ​ງານ​ສື່ສານ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລາຍການ​ດັ່ງກ່າວ ​ແລະ ປາດຖະຫນາ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ສະມາຄົມ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ. ທ່ານ Bui Quang Vinh ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຖື​ວ່າ: ​ເຫດການ​ນີ້​ໂດຍ​ແມ່ນ​ສະມາຄົມ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ ລາວ ກຳປູ​ເຈຍ ​ແລະ ສະມາຄົມ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ແລະ ລາວ ຈັດ​ຕັ້ງ​ຢູ່ ນະຄອນ Vinh ຂອງ ຫວຽດນາມ ​ແລະ ນະຄອນຫລວງ ວຽງ​ຈັນ ຂອງ​ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ຕອບ​ສະຫນອງ​ປີ​ແຫ່ງ​ຄວາມ​ສາມັກ​ຄີ​ມິດຕະພາບ ຫວຽດນາມ - ລາວ. ພ້ອມ​ກັນ​ນັ້ນ ນີ້​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຍົກ​ສູງ​ຄວາມ​ຮັບ​ຮູ້, ຍູ້​ແຮງ​ການ​ຮ່ວມ​ມື​ລົງທຶນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສອງ​ປະ​ເທດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ