ສຳເລັດວຽກງານວາງ ແຜນກຳນົດ,ຕິດພັນ ກັບການພັດທະນາ


ສຳເລັດວຽກງານວາງ ແຜນກຳນົດ,ຕິດພັນ ກັບການພັດທະນາ - ảnh 1

 (ພາບ: http://radiovietnam.vn)

(vovworld)– ​ ​ຕອນ​​ເຊົ້າວັນ​ທີ 6/12 ຢູ່​ຮ່າ​ໂນ້ຍ, ຄະ​ນະກຳມະການ​ຊົນ​ເຜົ່າ ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽ​ດນາມ ​​ໄດ້ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ອຸປະຖຳ​ພັດທະນາ​ເສດຖະກິດ​ສັງຄົມ​ເຂດ​ຊົນ​ເຜົ່າ​ພູດ​ອຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົ​ກລັດຖະມົນຕີ​ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ ​ແລະ ທັງ​ລະບົ​ບການ​ເມືອງ​ຈາກ​ສູນ​ກາງລົງ​ຮອດ​ຂັ້ນຮາກ​ຖານ ຈົ່ງ​ສືບ​ຕໍ່ສຳ​ເລັດ​ວຽກງານ​ວາງ​ແຜນ​ກຳນົດ, ຕິດ​ພັນ​ກັບ​ການ​ພັດທະນາ​ການ​ຜະລິດ ​ແລະ ສ້າງ​ເຂດ​ຊຸມ​ຊົນ​ເປັນ​ປົກກະຕິ. ການວາງ​ແຜນ​ກຳນົດ​ຕ້ອງ​ຕິດ​ພັນ​ກັບ​ການວາງ​​ແຜນ​ກຳນົດ​ສັງ​ລວມຂອງ​ທົ່ວ​ປະ​ເທດ, ຂອງ​ເຂດ, ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຈຸດ​ພິ​ເສດ​ຂອງ​ແຕ່​ລະ​ຊົນ​ເຜົ່າ. ຕ້ອງ​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​​ໃນ​ການ​ຜະລິດ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ​ຢູ່​ບັນດາ​ອະນຸ​ເຂດ​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ, ລ້ຽງສັດ​ດ້ວຍ​ຂອບ​ຂະໜາດ​​ໃຫ່ຍ, ລ້ຽງ​ປູກ​ສິນ​ໃນ​ນ້ຳ; ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ, ວັດທະນະທຳ, ປະຫວັດສາດ…​ຄຽງ​ຄ້າງ​ນັ້ນ, ຕ້ອງ​ມີ​ນະ​ໂຍບາຍ​ເໝາະ​ສົມ​ເພື່ອ​ດຶງ​ດູດ​ແຫຼ່ງກຳລັງ​ຢ່າງ​ແຮງ​ເພື່ອ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ດ້ວຍ​ຫຼາຍ​ຮູບ​ການ​ລົງທຶນ​ແຕກ​ຕ່າງ​ກັນ​ຄື: ຈາກ​ລັດ, ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ຈາກ​ປະຊາ​ຄົມ./.

ຂ່າວ/ບົດ​ອື່ນ