ສ.ເກົາຫຼີ, ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຊ້ອມ​ຮົບ ກ​ຳ​ບັງ​​​ເສ​ລີພາບ Ulchi 2024

(VOVWORLD) - ໂດຍໄດ້ແກ່ຍາວຮອດວັນທີ 29 ສິງຫາ, ລາຍການປະນີ້ມີ 48 ກິດຈະກຳຝຶກຊ້ອມຕົວຈິງ, ເຊັ່ນ: ການປະຕິບັດຍົກພົນຂຶ້ນບົກ ແລະ ຍິງລູກປືນແທ້ ເຊິ່ງມີກິດຈະກຳຫຼາຍກວ່າເມື່ອທຽບໃສ່ການຊ້ອມຮົບຂອງປີ 2023.

ສ.ເກົາຫຼີ, ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຊ້ອມ​ຮົບ ກ​ຳ​ບັງ​​​ເສ​ລີພາບ Ulchi 2024 - ảnh 1ລົດຖັງ M1A2 Abrams  ອາເມລິກາ ຢູ່ສະໜາມຊ້ອມຮົບ Pocheon, ສ.ເກົາຫຼີ ໃນວັນທີ 14/8 (ພາບ: AP)

ວັນທີ 19 ສິງຫາ, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ ກອງທັບ ສ.ເກົາຫຼີ ແລະ ອາເມລິກາ ເລີ່ມຕົ້ນການຊ້ອມຮົບປະຈຳປີ “ກຳບັງເສລີພາບ Ulchi” (UFS) ເພື່ອແນໃສ່ເພີ່ມທະວີກຳລັງກຽມພ້ອມປ້ອງກັນລວມ. ການຊ້ອມຮົບ UFS 2024 ອີງໃສ່ແຜນການສົງຄາມລວມກຳລັງທັງໝົດ, ມີຂອບຂະໜາດຄ້າຍຄືກັນກັບປີກາຍ, ດ້ວຍການເຂົ້າຮ່ວມຂອງທະຫານ ສ.ເກົາຫຼີ ປະມານ 19.000 ຄົນ.

        ໂດຍໄດ້ແກ່ຍາວຮອດວັນທີ 29 ສິງຫາ, ລາຍການປະນີ້ມີ 48 ກິດຈະກຳຝຶກຊ້ອມຕົວຈິງ, ເຊັ່ນ: ການປະຕິບັດຍົກພົນຂຶ້ນບົກ ແລະ ຍິງລູກປືນແທ້ ເຊິ່ງມີກິດຈະກຳຫຼາຍກວ່າເມື່ອທຽບໃສ່ການຊ້ອມຮົບຂອງປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ