ສ.ເກົາຫຼີກ່າວເຕືອນຈະໂຕ້ຕອບໄພນາບຂູ່ນິວເຄຼຍຂອງສປປ.ເກົາຫຼີ

ສ.ເກົາຫຼີກ່າວເຕືອນຈະໂຕ້ຕອບໄພນາບຂູ່ນິວເຄຼຍຂອງສປປ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 15/03 ທ່າ​ນນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – hye ກະຕຸກ​ຊຸກຍູ້ ສປປ.​ເກົາຫຼີ ​ໃຫ້​ມີ​ການປ່ຽນ​ແປງ​ໃນ​ສະພາບ​ຄວາມ​ເຄັ​່ງຕຶງ​ພວມປີນ​ຂັ້ນ​ໄດ​ໃນ​ແຫຼມ​​ເກົາຫຼີ. ​ໃນ​ວັນ​ດຽວ​ກັນ ກ່າວ​ຄຳ​ເຫັນທີ່ການ​ປະຊຸມຄະນະ​ລັດຖະບານທ່ານ​ນາງ Park Geun – hye ຢືນຢັນ​ວ່າ: ຖ້າ​ບໍ່ມີ​ການ​ປ່ຽນ​ແປງ, ຫາກສືບ​ຕໍ່​​ເກາະ​ຜິດຢ່າງ​ໄຮ້​ເຫດຜົນ ​ແລະ ປະ​ເຊີນ​ໜ້າ​ຢ່າງ​ແຮງ​ກັບ​ປະຊາ​ຄົມ​ສາກົນ, ພຽງ​ຢາງ ຈະ​ຕົກ​ເຂົ້າສູ່ “​ສະພາບງ​ທຳລາຍຕົນ​ເອງ”. ຕາມ​ທ່ານ Park Geun – hye ​ແລ້ວ, ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄຳ​ສັ່ງ​ລົງ​ໂທດ​ເປັນ​ຢ່າງ​ແຮງຈາກ​ປະຊາ​ຄົມ​ສາກົນ ​ແລະ ສ.​ເກົາຫຼີ, ສປປ.​ເກົາຫຼີ ຍັງ​ສືບ​ຕໍ່​ຍົກ​ອອກ​​ບັນດາ​ຄຳ​ຖະ​ແຫຼ​ງ​ເກາະ​ຜິດ​ຄື: ບຸກ​ໂຈ​ມຕີນິວ​ເຄຼຍນາບ​ຂູ່​ແຕ່​ຫົວ​ທີ, ​ດຳ​ເນີນ​ການ​ທົ​ດລອງ​ນິວ​ເຄຼຍອື່ນໆ ​ແລະ ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ. ​ແລະ​ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ກໍ່​ກ່າວ​ເຕືອນວ່າ ​ປະ​ເທດ​ນີ້ຈະ​ໂຕ້​ຕອບ​ບັນດາ​ໄພ​ນາບ​ຂູ່​ນິວ​ເຄຼຍຂອງ ສປປ.​ເກົາຫຼີ.

 

ຂ່າວ/ບົດ​ອື່ນ