ສ.ເກົາຫຼີຊັ່ງຊາເລື່ອງອະນຸຍາດໃຫ້ບັນດາວິສາຫະກິດລົງທຶນເຂົ້າສປປ.ເກົາຫຼີ

ສ.ເກົາຫຼີຊັ່ງຊາເລື່ອງອະນຸຍາດໃຫ້ບັນດາວິສາຫະກິດລົງທຶນເຂົ້າສປປ.ເກົາຫຼີ - ảnh 1
ພາບປະກອບ

(​vovworld) – ກະຊວງ​ທ້ອນ​ໂຮມ​ປະ​ເທດ ສ ​ເກົາຫຼີ ​ໃຫ້​ຮູ້​ເມື່ອ​ວັນ​ທີ 14/11 ວ່າ: ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ປະ​ເທດ​ນີ້​ໄປ​ຍັງ ສປປ ​ເກົາຫຼີ ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ​ ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ທ່າ​ກຳ່ປັນ​ Najin ຂອງ ສປປ ​ເກົາຫຼີ ກັບ​ເທດສະບານ​ Khasan ຢູ່​​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ. ​ເລື່ອງ​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ລົງທຶນ​ໂດຍ​ທາງ​ອ້ອມ​ເຂົ້າ ສປປ ​ເກົາຫຼີ ຜ່ານ​ປະ​ເທດ​ທີ 3 ຄື​ໂຄງການ Najin - Khasan ນີ້​ແມ່ນ​ບໍ່​ຖືກນຳ​ໃຊ້​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດຖະກິດ​ເຊິ່ງ ສ ​ເກົາຫຼີ ຍົກ​ອອກ​ມາ​ໃນ​ວັນ​ທີ 24/5/2010. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ແລ້ວ, ສ ​ເກົາຫຼີ ຈະ​ພິຈາລະນາ​ລັກສະນະ ກໍ່​ຄື​ຜົນ​ສະທ້ອນ​ຂອງ​ໂຄງການ​ທີ່​ມີ​ຕໍ່​ການ​ພົວພັນ 2 ພາກ ​​ເກົາຫຼີ ແລະ ບັນດາ​ນະ​ໂຍບາຍ​ຂອງ​ພຽງ​ຢາງ, ຈາກ​ນັ້ນ​ຕົກ​ລົງ​ຈະ​ອອກ​ໃບ​ໜັງສືອະນຸຍາດ​ລົງທຶນ​ໂດຍ​ທາງ​ອ້ອມ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ຫຼືບໍ່. ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍານ​ຕັ້ງໜ້າ​ໃນ​ວິວັດ​ການ​​ປັບປຸງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ