ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ
John Kerry (ພາບ: ສຳນັກຂ່າວສານ ຊິນຮວາ/TTXVN) |
(vovworld) – ວັນທີ 24/1, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ. ເກົາຫຼີ Yun Byung Se ແລະ ຄູ່ຕຳແໜ່ງ ອາເມລິກາ John Kerry ມີການໂອ້ລົມທາງໂທລະສັບ, ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະສັນຮ່ວມມືເພື່ອແນໃສ່ມຸ່ງໄປເຖິງການຈັດຕັ້ງການເຈລະຈາ 5 ຝ່າຍກັບ ຈີນ, ຍີ່ປຸ່ນ ແລະ ລັດເຊຍ ກ່ຽວກັບບັນຫານິວເຄຼຍ ຂອງ ສປປ ເກົາຫຼີ. ຕາມແຜນການແລ້ວ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ຈະໄປຍັງ ຈີນ ໃນວັນທີ 27/1 ແລະ ຄາດວ່າຈະຮຽກຮ້ອງໃຫ້ ປັກກິ່ງ ຮ່ວມມືເພື່ອຮັບຮອງເອົາມະຕິຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວຂ້ອງເຖິງການຈັດວາງບັນດາຄຳສັ່ງລົງໂທດຢ່າງເຄັ່ງຄັດທີ່ມີຕໍ່ ສປປ ເກົາຫຼີ ພາຍຫຼັງ ພຽງຢາງ ດຳເນີນການທົດລອງ ນິວເຄຼຍເມື່ອວັນທີ 6/1. ກ່ອນໜ້ານັ້ນ, ວັນທີ 22/1, ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun Hye ສະເໜີດຳເນີນການເຈລະຈາ 5 ຝ່າຍ (ບໍ່ມີ ສປປ ເກົາຫຼີ) ກ່ຽວກັບການປອດນິວເຄຼຍ ໃນແຫຼມເກົາຫຼີ. ການເຈລະຈາ 6 ຝ່າຍກ່ຽວກັບການປອດນິວເຄຼຍ ໃນແຫຼມ ເກົາຫຼີ ມີການເຂົ້າຮ່ວມຂອງ ສ. ເກົາຫຼີ, ສປປ ເກົາຫຼີ, ຈີນ, ອາເມລິກາ, ລັດເຊຍ ແລະ ຍີ່ປຸ່ນ ໄດ້ເລີ່ມເຄື່ອນໄຫວຢູ່ປັກກິ່ງໃນເດືອນ 8/2003 ແຕ່ຖືກຢຸດສະງັກແຕ່ເດືອນ 12/2008 ມາຮອດປະຈຸບັນ.