ສ.ເກົາຫຼີ-ອາເມລິກາຊຸກຍູ້ສປປ.ເກົາຫຼີຢຸດຕິບັນດາການກະທຳນາບຂູ່
ການນຳ 2 ປະເທດໃນການປະຊຸມຂ່າວຮ່ວມໃນວັນທີ 25/4
(ພາບ: Reuters)
(vovworld) - ໃນຂອບເຂດການຢ້ຽມຢາມ ສ. ເກົາຫຼີ, ທ່ານປະທານາທິບໍດີ ອາເມລິກາ Brack Obama ມີການພົບປະກັບຄູ່ຕຳແໜ່ງ ສ. ເກົາຫຼີ Park Geun – hye ໃນວັນທີ 25/4.
ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫຼັງການພົບປະ, ທ່ານນາງປະທານາທິບໍດີ Park Geun – hye ແລະ ທ່ານປະທານາທິບໍດີ Brack Obama ເຫັນດີເປັນເອກະສັນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນທຸກໆບັນຫາກ່ຽວຂ້ອງເຖິງ ສປປ ເກົາຫຼີ. ການນຳ 2 ທ່ານກໍ່ໄດ້ເຕື້ອງເຖິງເລື່ອງສະພາຄວາມໝັ້ນຄົງ ສປຊ ຕຳນິຕິຕຽນ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ, ຮຽກຮ້ອງໃຫ້ ພຽງຢາງ ຢຸດຕິການກະທຳເກາະຜິດລະເມີດຫຼັກການ ແລະ ຄຳໝັ້ນສັນຍາສາກົນ. ທ່ານປະທານາທິບໍດີ Obama ແລະ ຄູ່ຕຳແໜ່ງ Park Geun – hye ເນັ້ນໜັກວ່າ: ວໍຊິງຕັນ ແລະ ເຊີອູນ ຈະຮ່ວມມືກັບປະຊາຄົມໂລກ ເພື່ອແນໃສ່ຮັບປະກັນການປະຕິບັດຢ່າງຄົບຖ້ວນ ແລະ ກະຈ່າງແຈ້ງສຳລັບທຸກໆມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງເຖິງ ສປປ ເກົາຫຼີ.