ຫໍພິພິດທະພັນຊົນເຜົ່າວິທະຍາຈະຈັດການເຄື່ອນໄຫວຫລາຍຢ່າງຕ້ອນຮັບລະດູບານໃຫມ່ປີມະແມ

ຫໍພິພິດທະພັນຊົນເຜົ່າວິທະຍາຈະຈັດການເຄື່ອນໄຫວຫລາຍຢ່າງຕ້ອນຮັບລະດູບານໃຫມ່ປີມະແມ - ảnh 1
ພາບ​ປະ​ກອບ:baoquangngai.vn

(vovworld)- ໃນ​ວັນ​ທີ 22-23/2, ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ້ອງ​ທ່ຽວ ແຂວງ ລາວ​ກາຍ ຈັດ​ຕັ້ງ​ລາຍ​ການ​ ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ, ແນະ​ນຳ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ຢູ່​ແຂວງ​ ລາວ​ກາຍຄື: ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ງານ​ບຸນ​ຕ່າງໆ​ຂອງ​ເຜົ່າ​ມົ້ງ, ເຜົ່າ​ຢ້າວ, ນຸ່ງ… ປີນີ້ ຊາວ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ມ​ີ​ໂອ​ກາດ​ໄດ້​ຮັບ​ຊົມ​ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ທີ່​ໃຫມ່​ອ່ຽມ​ຂອງ​ຊາວ​ເຜົ່າ ໂຖ, ສີ​ລາ, ຊານ​ໄຈ, ຢ້າວ, ມົ້ງ. ນອກນັ້ນ, ໃນ​ໂອ​ກາດນີ້ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຈະ​ຈັດ​ຕັ້ງ​ຫລາຍລາຍ​ການ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ ​ ​ທີ່​ອຸດ​ົມ​ສົມ​ບູນ ຕື່ມ​ອີກ ເພື່ອ​ສ້າງ​ບັນ​ຍາກ​ການ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃຫ້​ຊາວ​ນະ​ຄອນ​ຫລວງ ແລະ ນັກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ.

 

 

ຂ່າວ/ບົດ​ອື່ນ