ຫລາຍການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນຫວຽດນາມປີ2016

ຫລາຍການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນຫວຽດນາມປີ2016 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ພົບ​ປະ​ສັງ​ສັນ
ກັບ 100 ຜູ້​ບໍລິຈາກ​​ເລືອດ​ອາສາ​ສະ​ໝັກ​ດີ​ເດັ່ນ ຫວຽດນາມ
(ພາບ: TTXVN)

(vovworld) - ​​ເພື່ອ​ຕອບສະ​ໜອງ “ວັນ​ເຊີດ​ຊູ​ຜູ້​ບໍລິຈາ​ກ​ເລືອດ​ສາກົນ” (14/06) ດ​້ວຍສານ “ຢາດເລືອດບໍລິຈາກ​ - ​ໃຫ້​ຊີວິດ​ໃໝ່”, ຕອນ​ບ່າຍ​ວັນ​ທີ 14/06 ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້ນ​ຳ​ແຫ່ງ​ຊາດ​ຂົນຂວາຍ​ການ​ບໍລິຈາ​ກ​ເລືອດ​ອາສາ​ສະໝັກ ​ໄດ້ຈັດ​ຕັ້ງ​ພິທີ​ເຊີດ​ຊູ​ຜູ້​ບໍລິຈາກ​ເລືອດ​ດີ​ເດັ່ນ ຫວຽດນາມ ປີ 2016. ມີ 100 ​ແບບຢ່າງ​ດີ​ເດັ່ນບໍລິຈາກ​​ເລືອດ​ອາສາ​ສະໝັກ​​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງນີ້ ລ້ວນ​ແຕ່ມີ​ການ​ປະກອບສ່ວນພິ​ເສດ​ໃຫ້​ວຽກ​ງານ​ບໍລິຈາກ​ເລືອດ ​ແລະ ຂົນຂວາຍ​ການບໍລິຈາກ​ເລືອກ​ອາສາ​ສະໝັກ.

        ​ແລ​ະ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ພົບ​ປະ​ສັງ​ສັນກັບ 100 ຜູ້​ບໍລິຈາກ​​ເລືອດ​ອາສາ​ສະ​ໝັກ​ດີ​ເດັ່ນ ຫວຽດນາມ ປີ 2016. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ຂົນຂວາຍບໍລິ​ຈາກ​​ເລືອດ​ອາສາ​ສະໝັກ ​ແລະ ຜູ້ບໍລິຈາກ​​ເລືອດ​ອາສາ​ມະ​ໝັກ​ດີ​ເດັ່ນຂອງ​ບັນດາ​ແຂວງ, ນະຄອນຈຳນວນ 100 ຄົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະນະ​ຊີ້ນ​​​ຳ​ແຫ່ງ​ຊາດ​ຂົນຂວາຍ​ການ​ບໍລິຈາ​ກ​ເລືອດອາສາ​ສະໝັກ ຄວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ນີ້.

 

ຂ່າວ/ບົດ​ອື່ນ