ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດສືບລາຊະການລັບເພື່ອສັນຕິພາບ, ສະຖຽນລະພາບ

ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດສືບລາຊະການລັບເພື່ອສັນຕິພາບ, ສະຖຽນລະພາບ - ảnh 1
ພົນ​ຕີ ລິວ​ດຶກ​ຮຸ​ຍ ​ແລະ ​ພົນ​ເອກ Chea Tara
(ພາບ: vietnamplus.vn)


(vovworld) –  ​ໃນ​ລະ​ຫວ່າງ​ວັນ​ທີ 23 – 25/06, ຄະນະ​ຜູ້​ແທນ​ກົມ​ໃຫຍ່​ສືບ​ລາຊະການ​ລັບ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ພົນ​ຕີ ລິວ​ດຶກ​ຮຸ​ຍ, ຫົວ​ໜ້າ​ກົມ​ນຳ​ໜ້າ​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳປູ​ເຈຍ. ຕອນ​ເຊົ້າ​ວັນ​ທີ 24/06, ຄະນະ​ພະນັກງານ​ກົມ​ໃຫຍ່​ສືບ​ລາຊະການ​ລັບ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້​ແທນ​ກົມ​ຄົ້ນຄວ້າ​ສືບ​ລາຊະການ​ລັບ​ກ​ອງທັບ​ແຫ່ງ​ລາຊະ​ອານາຈັກ​ກຳ​ປູ​ເຈຍ ​ໂດຍພົນ​ເອກ Chea Tara, ຫົວ​ໜ້າ​ກົມ​ຄົ້ນຄວ້າ​ສືບ​ລາຊະການ​ລັບ​ກອງທັບ​ກຳປູ​ເຈຍ ນຳ​ໜ້າ. ທີ່​ການ​ເຮັດ​ວຽກ,  ພົນ​ເອກ Chea Tara ​ແລະ ​ພົນ​ຕີ ລິວ​ດຶກ​ຮຸ​ຍ ​ໄດ້​ຖື​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳປູ​ເຈຍ ຂອງ​ຄະນະ​ຜູ້​ແທນ​ພະນັກງານກົມ​ໃຫຍ່​ສືບ​ລາຊະການ​ລັບ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ສ່ອງ​ແສງ​​ໃຫ້​ເຫ​ັນສາຍ​ພົວພັນ​ອັນ​ດີງາມທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ. 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ລະຫວ່າງ 2 ຂະ​ແໜງ​ສືບ​ລາຊະການ​ລັບ​ຂອງ 2 ປະ​ເທດ ບົນ​ຫຼັກການ​ຮັບ​ໃຊ້​ຈຸດໝາຍ​ປົກ​ປັກ​ຮັກສາ​ພື້ນຖານ​ປ້ອງ​ກັນຊາ​ດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ແຕ່ລະ​ປະ​ເທດ; ບໍ່​​ເລັ່ງ​ໃສ່​ປະ​ເທດ​ທີ 3; ບໍ່​ແຊກ​ແຊງ​ເຂົ້າ​​ວຽກ​ງານ​ພາຍ​ໃນ​ຂອງ​ກັນ.
ຂ່າວ/ບົດ​ອື່ນ