ຫວຽດນາມ - ຈີນ ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ, ປອດໃສ ແລະ ເປັນປົກກະຕິໃນບັນດາຂົງເຂດ

(VOVWORLD) -ທີ່ການຕ້ອນຮັບ ທ່ານ ສູ໊ງປົວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາຊົນ ຈີນ ປະຈຳ ຫວຽດນາມ, ໃນວັນທີ 15 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫັ້ວ ຢັ້ງຢືນວ່າ ຈີນ ແມ່ນຕະຫຼາດຍຸດທະສາດຂອງ ຫວຽດນາມ ເມື່ອນຳເຂົ້າເຖິງ 2/3 ປະລິມານຜະລິດຕະພັນກະເສດສົ່ງອອກຂອງ ຫວຽດນາມ.
ຫວຽດນາມ - ຈີນ ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ, ປອດໃສ ແລະ ເປັນປົກກະຕິໃນບັນດາຂົງເຂດ - ảnh 1ການຕ້ອນຮັບ ທ່ານ ສູ໊ງປົວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາຊົນ ຈີນ ປະຈຳ ຫວຽດນາມ ຢູ່ສຳນັກງານລັດຖະບານ (ພາບ: TTXVN)

ລັດຖະບານ ຫວຽດນາມ ສະແດງຄວາມຂອບໃຈ ລັດຖະບານ ຈີນ ທີນັບມື້ນັບໄດ້ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດກ່ວາອີກ, ແມ່ນວິທີການແກ້ໄຂນຳການພົວພັນການຄ້າສອງປະເທດມີການເປີດກ້ວາງ ແລະ ແທດຈິງກ່ວາອີກ. ບົນພື້ນຖານໝາກຜົນການພົວພັນຂອງສອງປະເທດໃນຊຸມປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດຂໍ້ຕົກລົງສະບັບຕ່າງໆ ແລະ ຄວາມຮັບຮູ້ເຊິ່ງການນຳສອງຝ່າຍບັນລຸໄດ້ໃຫ້ເປັນຢ່າງດີ, ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ, ປອດໃສ ແລະ ເປັນປົກກະຕິໃນບັນດາຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ເນື່ອງໃນໂອກາດຕົ້ນປີ 2020 ແລະ ການກະກຽມຕ້ອນຮັບເຕັດປີຊວດ ແລະ ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 70ປີ  ແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ສອງປະເທດ ຫວຽດນາມ - ຈີນ (18/01/1950-18/01/2020), ທ່ານ ເອກອັກຄະລັດຖະທູດ ສູ໊ງປົວ ໄດ້ສົງຄຳອວຍພອນປີໃໝ່ຂອງການນຳພັກ, ລັດຖະບານ ຈີນ ເຖິງການນຳພັກ, ລັດຖະບານ ຫວຽດນາມ; ແຈ້ງໃຫ້ຊາບເລື່ອງສອງຝ່າຍໄດ້ກະກຽມພິທີສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນດ້ານການທູດຂອງສອງປະເທດ ແລະ ສະແດງຄວາມເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ