ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຍີ່ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ, ໂອ້ລົມສົນທະນາກັບຜູ້ຕາງໜ້າ 60 ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ ຍີ່ປຸ່ນ.
ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບບັນດານັກລົງທຶນ 

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດານັກລົງທຶນ ເຕັກໂນໂລຢີ ຂໍ້ມູນຂ່າວສານ ຍີ່ປຸ່ນ ຊາບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ດຶງດູດຢູ່ ຫວຽດນາມ ເມື່ອໄລຍະຫວ່າງມໍ່ໆນີ້, ອົງການຕີລາຄາຄວາມໄວ້ວາງໃຈ Moody’s ໄດ້ຍົກລະດັບຄວາມໄວ້ວາງໃຈຂອງ ຫວຽດນາມ ຈາກລະດັບ “ປົກກະຕິ” ຂຶ້ນເປັນ “ຕັ້ງໜ້າ”. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ຫວຽດນາມ ພວມຄ່ອຍໆຫັນກຳລັງໜູນເຕີບໂຕເສດຖະກິດໄປສູ່ບັນດາຂະແໜງມີມູນຄ່າເພີ່ມສູງ, ນຳໃຊ້ເຕັກໂນໂລຢີກ້າວໜ້າ ແລະ ແຮງງານທີ່ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ:

        “ບັນດາວິສາຫະກິດ ກໍ່ໄດ້ສະເໜີບາງບັນຫາກ່ຽວກັບການນຳໃຊ້ທີ່ດິນ, ກົດໝາຍຂອງ ຫວຽດນາມ ນັບທັງລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍທີ່ດິນ ໄດ້ຊີ້ແຈ້ງບັນຫານີ້. ເວລາເຊົ່າທີ່ດິນແມ່ນ 50 ປີ ຫຼື ສູງກ່ວາອີກຖ້າມີຄວາມຕ້ອງການ. ກ່ຽວກັບບັນຫາບຳລຸງສ້າງພະນັກງານຄຸ້ມຄອງ, ພວກຂ້າພະເຈົ້າໄດ້ຮັບຮູ້ສະເໜີເພື່ອໃຫ້ບັນດາມະຫາວິທະຍາໄລຄົ້ນຄ້ວາ, ໃນນັ້ນມີມະຫາວິທະຍາໄລ ຫວຽດ - ຍີ່ປຸ່ນ ແລະ ລະບົບບັນດາໂຮງຮຽນອື່ນໆອີກ. Logistic ຢູ່ ຫວຽດນາມ ແມ່ນຂະແໜງພວມມີເງື່ອນໄຂພັດທະນາ. ຫວຽດນາມ ຈະພິຈາລະຈາຂໍ້ກຳນົດປະຈຸບັນເພື່ອອາດຈະປັບປຸງເຮັດແນວໃດໃຫ້ໃນບາງກໍລະນີຕົວຈິງ, ສາມາດປະກອບທຶນກ່ວາ 49%.”

ຕອບກັບ

ຂ່າວ/ບົດ​ອື່ນ