ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຮ່ວມມືມິດຕະພາບກັບຈີນ ເພື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າ

ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຮ່ວມມືມິດຕະພາບກັບຈີນ ເພື່ອບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າ - ảnh 1
ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້
​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດຈີນປະຈຳ​ຫວຽດນາມ ​ໂຄງ​ແຊ໋ວຢຸງ
(ພາບ:hanoimoi.com.vn)


(vovworld) – ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກຮ່ວມ​ມື​ມິດຕະພາບ​ກັບ​ຈີນ ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າ. ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ງີ້ ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດຈີນ ປະຈຳ​ຫວຽດນາມ ​ໂຄງ​ແຊ໋ວຢຸງ. ​​ເມື່ອເນັ້ນ​ໜັກ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ພ້ອມ​ກັນ​ແບ່ງປັນ​ບັນດາ​ຄຸນ​ຄ່າ, ຜົນ​ປະ​ໂຫຍ​ດລະຫວ່າງ 2 ປະ​ເທດ, ທ່ານເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຢືນຢັນ​ວ່າ, ຫວຽດນາມ ​ແລະ ຈີນ ​ແມ່ນ 2 ປະ​ເທດ​​ບ້ານ​​ໃກ້​ເຮືອນ​ຄຽງ, ສະ​ນັ້ນ, ຍາມ​ໃດ 2 ປະ​ເທດກໍ່​ປາຖະໜາຢາກ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​​ບັນລຸ​​ຜົນງານ​ຫຼາຍ​ຢ່າງ​ກວ່າ​ອີກ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດຈີນ ໂຄງ​ແຊ໋ວຢຸງ ຖື​ວ່າ, ບັນດາ​ຜົນງານທີ່​ຫວຽດນາມ ​ເວົ້າລວມ ​ແລະ ຮ່າ​ໂນ້ຍ​ ເວົ້າ​ສະ​ເພາະ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ​ໄດ້​ຊີ້​ໃຫ້​ເຫັນ​ການ​ຊີ້​ນຳ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດຈີນ ໂຄງ​ແຊ໋ວຢຸງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ຈີນ ກໍ່​ຖື​​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເປັນ​ສຳຄັນ. ການ​​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ໃນ​ວັນ​ທີ 11/02, ​ໄດ້​​​ເປັນ​ການເນັ້ນ​ໜັກ​​​ກວ່າ​ອີກບັນດາ​ທັດສະນະ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ