ຫວຽດນາມ ປາດຖະຫນາຢາກຮ່ວມມື ກັບອົງການທ່ອງທ່ຽວໂລກ

ຫວຽດນາມ   ປາດຖະຫນາຢາກຮ່ວມມື   ກັບອົງການທ່ອງທ່ຽວໂລກ - ảnh 1
ທ່ານນາງຮອງປະທານປະເທດ Nguyen Thi Doan
ຕ້ອນຮັບທ່ານ Taleb Rifai ​ເລຂາທິການ​ໃຫຍ່​UNWTO
ພາບ:TTXVN

(vovworld) -  ວັນ​ທີ 20/4, ທີ​ການ​ຕ້ອນຮັບ​ທ່ານ Taleb Rifai ​ເລຂາທິການ​ໃຫຍ່​ອົງການ​ທ່ອງ​ທ່ຽວ​ໂລກ (UNWTO) ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ Nguyen Thi Doan ຖື​ວ່າ:  ​ ອົງການ​ທ່ອງ​ທ່ຽວ​ໂລກ ​ໄດ້​ໃຫ້ການຊ່ວຍ​ເຫລືອ​ ຫວຽດນາມ ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ​​ໃນ​ໄລຍະ​ຜ່ານ​ມາ ສະ​ນັ້ນ ຂະ​ແຫນງ​ທ່ອງ​ທ່ຽວ ຫວຽດນາມ ກ​ໍ​ໄດ້​ພັດທະນາ​ຕາມ​ທິດ​ຍືນ​ຍົງ, ກໍ່ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຫລາຍ​ແຫ່ງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ປາດ​ຖະຫນາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ທ່ອງ​ທ່ຽວ​ໂລກ ຈະ​ມີ​ຄວາມ​ເອົາ​ໃຈ​ໃສ່, ຊ່ວຍ​ເຫ​ລື​ອຂະ​ແຫນງ​ທ່ອງ​ທ່ຽວ ຫວຽດນາມ ​ໃນ​ການ​ສ້າງ​ເຄື່ອງໝາຍ, ​ໂຄສະນາ​ພາບ​ພົດ, ຜະລິດ​ຕະພັນ, ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ກວ່າ​ອີກ , ພັດທະນາການ​ທ່ອງ​ທ່ຽວ​ໄປ​ຄຽງຄູ່​ກັບ​ກາ​ນຮັບປະກັນ​ຊີວິດ​ສັງຄົມ,​ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ