ຫວຽດນາມ ປາດຖະໜາສືບຕໍ່ ໄດ້ຮັບການຫນູນຊ່ວຍຈາກ UNESCO

ຫວຽດນາມ ປາດຖະໜາສືບຕໍ່        ໄດ້ຮັບການຫນູນຊ່ວຍຈາກ UNESCO - ảnh 1
ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີຕ້ອນຮັບ​ທ່ານ Eric Falt ຜູ້​ຊ່ວຍ​ວຽກ​ຜູ້ອຳນວຍການ UNESCO
ພາບ:TTXVN

(vovword)- ຕອນ​ເຊົ້າ​ວັນ​ທີ 15/6, ທີ່​ການ​ຕ້ອນຮັບ​ທ່ານ Eric Falt ຜູ້​ຊ່ວຍ​ວຽກ​ຜູ້ອຳນວຍການ UNESCO ຮັບຜິດຊອບ​ການ​ພົວພັນ​ຕ່າງປະ​ເທດ, ຖະ​ແຫລ​ງຂ່າວ, ຫົວຫນ້າ​ບັນດາ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ພາກ​ພື້ນ​ອາຊີ - ປາຊີ​ຟີ​ກ, ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຂອງ UNESCO ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ອົງການ UNESCO ພິ​ເສດ ​ແມ່ນ​ໃນ​ຂົງ​ເຂດ​ສຶກສາ, ອະ​ນຸລັກ​ຮັກສາ ​ແລະ ປະຕິສັງຂອນ​ບັນດາ​ມໍລະດົກ​ວັດທະນະທຳ. ທ່ານ Eric Falt ຕີ​ລາຄາ​ສູງ ​ເລື່ອງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ກໍ​ຄື​ບັນດາ​ຜົນງານ​ຊຶ່ງ​ຄະນະ​ກຳມະການ UNESCO ຫວຽດນາມ ​ໄດ້​ປະກອບສ່ວນ​ໃຫ້​ແກ່ UNESCO, ຮັບ​ຮູ້​ຄວາ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ອົງການ UNESCO ຫວຽດນາມ ​ໃນ​ການ​ຊອກ​ຫາ ​ແລະ ສະ​ເຫ​ນີ      ກາ​ນຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຫວຽດນາມ ປະກອບສ່ວນ​ເຮັດ​ໃຫ້​ສາງ​ມໍລະດົກ​  ວັດທະນະທ​ຳ​ໂລກ​ອຸດົມ​ສົມ​ບູນຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ