ຫວຽດນາມ ພວມໄປຖືກທິດໃນການແກ້ໄຂໜີ້ເສຍ

ຫວຽດນາມ ພວມໄປຖືກທິດໃນການແກ້ໄຂໜີ້ເສຍ - ảnh 1

(ພາບ:ftu2.com)

( vovworld ) – ບົດ​ຂຽນ​ລົງ​ພິມ​ໃນ​ໜັງສືພິມ Wall Stress Journal ສະບັບ​ອອກວັນ​ທີ 14/6 ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດນາມ ​ພວມ​ໄປ​ຖືກ​ທິດ​ໃນ​ການ​ແກ້​ໄຂ​ບັນຫາໜີ້​ເສຍ. ຕາມ​ບົດ​ຂຽນ​ດັ່ງກ່າວ​ແລ້ວ, ຫວຽດນາມ ພວມ​ມີ​ບັນດາ​ບາດກ້າວ​ເດີນ​ອັນ​ຈຳ​ເປັນ​ເພື່ອ​ແກ້​ໄຂ​ບັນດາບັນຫາ​ຊື່​ງພື້ນຖານ​ເສດຖະກິດ​ພວມ​ຕ້ອງ​ປະ​ເຊີນ​ໜ້າ. ​ໃນ​ປີຜ່ານມາ, ຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ປະຕິ​ຮູບ​ບັນດາ​ລັດ​ວິ​ສາ​ຫະກິດ ​ແລະ ຮັດ​ກຸ່ມ​ສິນ​ເຊື່ອ, ຊ່ວຍ​ຫລຸດຜ່ອນ​ອັດຕາ​​ເງິນ​ເຟີ້​ລົງ​​ໃນ​ລະດັບ 8%. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ຢືມ​ລົງ​ຫຼາຍ​ເທື່ອ​ແລ້ວ ຊື່ງ​ແມ່ນ​ວິທີ​ສາມາດ​ຊ່ວຍ​ບາງ​ເປົ້າໝາຍ​ກູ້​ຢືມ​ທຶນ​ມີ​ເງິນ​ໃຊ້​ໜີ້ ​ແລະ ຢືມ​ຕໍ່.

ຂ່າວ/ບົດ​ອື່ນ