ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເພື່ອອະນາຄົດທີ່ສົດໃສໃຫ້ແກ່ປຊຊໝົດທຸກຄົນ

(VOVWORLD) - ເຫດການນີ້ແມ່ນເພື່ອສ້າງກຳລັງໜູນ ແລະ ຄຳໝັ້ນສັນຍາດ້ານການເມືອງຢູ່ລະດັບສູງສຸດ ກ່ອນທີ່ກອງປະຊຸມສຸດຍອດອະນາຄົດ ຈະໄດ້ຈັດຂຶ້ນຢູ່ສຳນັກງານສະຫະປະຊາຊາດ
ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເພື່ອອະນາຄົດທີ່ສົດໃສໃຫ້ແກ່ປຊຊໝົດທຸກຄົນ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ)

        ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ນາມີບີ Nangolo Mbumba, ວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສົ່ງສານວີດິໂອເຂົ້າຮ່ວມເຫດການຂັ້ນສູງ “ຄຳຮຽກຮ້ອງທົ່ວໂລກກ່ຽວກັບກອງປະຊຸມສຸດຍອດອະນາຄົດ”. ເຫດການຂັ້ນສູງໄດ້ຈັດຂຶ້ນແບບທາງໄກ. ເຫດການນີ້ແມ່ນເພື່ອສ້າງກຳລັງໜູນ ແລະ ຄຳໝັ້ນສັນຍາດ້ານການເມືອງຢູ່ລະດັບສູງສຸດ ກ່ອນທີ່ກອງປະຊຸມສຸດຍອດອະນາຄົດ ຈະໄດ້ຈັດຂຶ້ນຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ ໃນທ້າຍເດືອນ ກັນຍາ ນີ້.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າຫວັງວ່າ, ກອງປະຊຸມຄັ້ງປະຫວັດສາດນີ້ຈະນຳມາເຊິ່ງຈິນຕະນາການໃໝ່ ແລະ ວິທີການເຮັດໃໝ່ໃຫ້ແກ່ອະນາຄົດຂອງໂລກ. ນີ້ຈະແມ່ນໂອກາດເພື່ອໃຫ້ສະຫະປະຊາຊາດ ແລະ ລັດທິຫຼາຍຝ່າຍຢືນຢັນບັນດາຄຸນຄ່າທີ່ບໍ່ອາດປ່ຽນແປງ, ຕໍ່ໜ້າບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງຂອງຍຸກສະໄໝ. ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມ ແລະ ບັນດາຄວາມມານະພະຍາຍາມລວມເພື່ອປັບປຸງສັນຕິພາບ, ການຮ່ວມມື ແລະ ຄວາມສາມັກຄີສາກົນ, ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ມີປະສິດທິຜົນ. ພວກຂ້າພະເຈົ້າຈະສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນໝົດທຸກຄົນໄດ້ຊົມໃຊ້ບັນດາຜົນງານຂອງພາລະກິດແຫ່ງການພັດທະນາຢ່າງຄົບຖ້ວນ ແລະ ກະກຽມຄວາມພ້ອມໃຫ້ລຸ້ນອະນາຄົດ”.

        ບົນເນື້ອໃນຈິດໃຈນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍົກອອກຂໍ້ສະເໜີກ່ຽວກັບບັນດາມາດຕະການແກ້ໄຂໃຫຍ່ມີລັກສະນະຫັນປ່ຽນເພື່ອຊຸກຍູ້ໝາກຜົນກອງປະຊຸມໃຫ້ມີຄວາມໝາຍຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ