ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ເພື່ອ​ສ້າງ​ສະ​ພາບ​ແວ​ດ​ລ້ອ​ມ​ທາງ​ເຄືອ​ຂ່າຍອິນ​ເຕີ​ແນັດ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ

(VOVWORLD) -ວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືເປີດທາງອອນລາຍຂັ້ນສູງ ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນໃນເຄືອຂ່າຍອິນເຕີແນັດ”
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ເພື່ອ​ສ້າງ​ສະ​ພາບ​ແວ​ດ​ລ້ອ​ມ​ທາງ​ເຄືອ​ຂ່າຍອິນ​ເຕີ​ແນັດ​ແຫ່ງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ - ảnh 1ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທງເຊີນ ໄດ້ຢັ້ງຢຶນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດທີ່ມີຄວາມໝາຍຫຼັກແຫຼ່ງຕໍ່ສັນຕິພາບ, ຄວາມໝັ້ນຄົງ, ພັດທະນາ ແລະ ວັດທະນາຖາວອນ ຢູ່ທຸກລະດັບຊາດ ແລະ ທົ່ວໂລກ, ອະທິປະໄຕ ແລະ ຜົນປະໂຫຍດຂອງແຕ່ລະປະເທດ ໃນເຄືອຂ່າຍອິນເຕີແນັດຕ້ອງໄດ້ຮັບຄວາມເຄົາລົບ ຢ່າງຄົບຖ້ວນ. ດັ່ງນັ້ນ, ຕ້ອງມີວິທີການແກ້ໄຂໃນຂອບເຂດທົ່ວໂລກຕໍ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ທຸກການເຄື່ອນໄຫວດັ່ງກ່າວ ໃນເຄືອຂ່າຍອິນເຕີແນັດຕ້ອງສອດຄອງກັບກົດບັດ ສປຊ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນບັນດາຫຼັກການພື້ນຖານຄື ການເຄົາລົບເອກະລາດ, ອະທິປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ບໍ່ນຳໃຊ້ອາວຸດ ແລະ ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ.

ທ່ານ ບຸຍແທັງເຊີນ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສ້າງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ ແລະ ພວມສູ້ຊົນຮອດປີ 2030, ເສດຖະກິດດີຈີຕອນກວມເອົາ 30% GDP. ຢູ່ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດໃນພາກພື້ນ, ໃນນັ້ນມີ ຍຸດທະສາດຮ່ວມມືຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຂອງ ອາຊຽນ. ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອແນໃສ່ສ້າງສະພາບແວດລ້ອມເຄືອຂ່າຍອິນເຕີແນັດແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ເພື່ອປະຊາຊົນ ແລະ ການພັດທະນາແບບຍືນຍົງ

ຕອບກັບ

ຂ່າວ/ບົດ​ອື່ນ