ຫວຽດນາມ ມີຜູ້ຕິດເຊື້ອພະຍາດເລືອດ Hemophilia ໜ້ອຍສຸດ 6000 ຄົນ

(VOVWORLD) - ວັນທີ 17 ເມສາ ແມ່ນວັນໂລກປ້ອງກັນຕ້ານພະຍາດເລືດ Hemophilia, ຫຼື ເອີ້ນວ່າ ພະຍາດເລືອດແຂງຕົວຜິດປົກກະຕິ, ດ້ວຍຫົວຂໍ້ວ່າ “ພົບເຫັນ ແລະ ບົ່ງມະຕິ - ບາດກ້າວທຳອິດເພື່ອເບິ່ງແຍງຄົນເຈັບ”. 
ຫວຽດນາມ ມີຜູ້ຕິດເຊື້ອພະຍາດເລືອດ Hemophilia ໜ້ອຍສຸດ 6000 ຄົນ - ảnh 1 (ພາບປະກອບ)

ເພື່ອຕອບສະໜອງວັນດັ່ງກ່າວນີ້, ຕອນບ່າຍວັນທີ 17 ເມສາ, ທີ່ຮ່າໂນ້ຍ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ສະມາຄົມພະຍາດເລືອດ Hemophilia ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແນະນຳການປິ່ນປົວພະຍາດໃຫ້ຄົນເຈັບຢູ່ເຮືອນ. ທ່ານນາງປະລິນຍາເອກ ຫງວຽນທິມາຍ, ຫົວໜ້າສູນເລືອດ Hemophilia, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງໃຫ້ຮູ້ວ່າ:

        ປັດຈຸບັນການປິ່ນປົວພະຍາດເລືອດ Hemophilia ພຽງແຕ່ມີຢູ່ບັນດາໂຮງໝໍໃຫຍ່ເທົ່ານັ້ນ, ສະນັ້ນ ຄົນເຈັບຕ້ອງເດີນທາງໄປໄກໄລຍະໜຶ່ງ ຈຶ່ງຮອດໂຮງໝໍເພື່ອປິ່ນປົ່ວພະຍາດ, ອັນໄດ້ເຮັດໃຫ້ການປິ່ນປົວພະຍາດຖືກຊັກຊ້າ, ຄົນເຈັບມີອາການເຈັບປວດແກ່ຍາວ, ກໍ່ຄືເກີດມີພະຍາດແຊກຊ້ອນ ແລະ ມີຄວາມສ່ຽງສູງຕໍ່ການເສຍຊີວິດ. ໂດຍອີງໃສ່ຜົນງານຂອງບັນດາປະເທດພັດທະນາ, ພວກຂ້າພະເຈົ້າໄດ້ໝູນໃຊ້ເຂົ້າໃນການທົດລອງປິ່ນປົວພະຍາດໃຫ້ຄົນເຈັບຢູ່ເຮືອນ.

        6 ປີຜ່ານມາ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແລະ ສະມາຄົມ Hemophilia ຫວຽດນາມ ໄດ້ສົມທົບກັນຜັນຂະຫຍາຍໂຄງການ ເພື່ອພົບເຫັນບັນດາຄົນເຈັບໃໝ່ ແລະ ບັນດາຜູ້ທີ່ມີ Gen ພະຍາດເລືອດ Hemophilia ໃນວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ