ຫວຽດນາມ ມອບປື້ມປະຫວັດສາດ ການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ແກ່ ສປປ ລາວ

ຫວຽດນາມ ມອບປື້ມປະຫວັດສາດ ການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ແກ່ ສປປ ລາວ - ảnh 1
ພິທີມອບຮັບປື້ມປະຫວັດສາດການພົວພັນແບບພິເສດ
ຫວຽດນາມ  - ລາວ


(vovworld) - ຕອນ​ບ່າຍ​ວັນ​ທີ 24/8 ຢູ່ ນະຄອນຫລວງ ວຽງ​ຈັນ, ​ສຳນັກ​ພິມຈຳຫນ່າຍ​ການ​ເມື​ອງ​ແຫ່ງ​ຊາດ​ໂຮ່ຈິ​ມີນ ​ໄດ້​ມອບ​ປື້​ມ“​ໂຄງການ​ຮຽບຮຽງ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໄລຍະ 1930 - 2007” ​ໃຫ້​ແກ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ 13.000 ຫົວ. ທ່ານ ​ເຈືອງ ສົມບູນ​ຂັນ ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກປະຊາຊົນ​ປະຕິວັດ​ລາວ ​ໄດ້ຕາງຫນ້າ​ໃຫ້​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ຫວຽດນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ມອບ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາ​ຍ ກົງ​ກັບ​ໂອກາດ​ສອງ​ປະ​ເທດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ເຫດການສຳຄັນ​ໃນ​ປີ 2012. ​ຈຳນວນປື້​ມ​ດັ່ງກ່າວ​ຈະ​ເພີ່ມ​​ເອກະສານ​ຢ່າງ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ເພື່ອ​ໂຄສະນາ, ​ເຜີຍ​ແຜ່​ເຖິງ​ບັນດາ​ຄະນະ, ຂະ​ແຫນງ​ການ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ ເນື່ອງ​ໃນ​ໂອກາດ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ.

 

ຂ່າວ/ບົດ​ອື່ນ