ຫວຽດ​ນາມ ມີ​ໂອ​ກາດ​ກາຍ​ເປັນ​ຕາ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ທົ່ວ​ໂລກ

(VOVWORLD) -  “ຫວຽດນາມ ມີໂອກາດກາຍເປັນຕາໂສ້ສຳຄັນໃນລະບົບອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ”. ນີ້ແມ່ນຂໍ້ສັງເກດລວມທີ່ໄດ້ຍົກອອກມາໃນກອງປະຊຸມຮ່ວມມືຂະແໜງເຄິ່ງຊັກນຳໄຟຟ້າ ຫວຽດນາມ - ສ.ເກົາຫຼີ, ໂດຍອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ ປະຈຳ ຮ່າໂນ້ຍ (KOTRA HANOI), ຂຶ້ນກັບ ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 06 ສິງຫາ ຢູ່ຮ່າໂນ້ຍ.
ຫວຽດ​ນາມ ມີ​ໂອ​ກາດ​ກາຍ​ເປັນ​ຕາ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ທົ່ວ​ໂລກ - ảnh 1ກອງປະຊຸມຮ່ວມມື ຫວຽດນາມ - ສ.ເກົາຫຼີ  (ພາບ: TTXVN)

ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ກອງປະຊຸມຮ່ວມມື ຫວຽດນາມ - ສ.ເກົາຫຼີ ໃນຂະແໜງເຄິ່ງຊັກນຳໄຟຟ້າ ແມ່ນເຫດການທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ. ເຫດການນີ້ ໄດ້ຢັ້ງຢືນສາຍພົວພັນຮ່ວມມືດ້ານເສດຖະກິດແບບຍືນຍົງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ພິເສດ ແມ່ນຍຸດທະສາດໃຫ້ບຸລິມະສິດສ້າງບາດກ້າວບຸກທະລຸໃໝ່ໃນການພົວພັນຮ່ວມມືສອງຝ່າຍ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາການນຳຂັ້ນສຸງ ສ.ເກົາຫຼີ ໄດ້ຕົກລົງເປັນເອກະພາບໃນການຢ້ຽມຢາມ ສ.ເກົາຫຼີ ເມື່ອເດືອນ ກໍລະກົດຜ່ານມາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແລະ KOTRA ກໍຄືທຸກອົງການ, ການຈັດຕັ້ງທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຍາມໃດກໍຈະມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນຮ່ວມໃນຂົງເຂດເຄິ່ງຊັກນຳໄຟຟ້າລະຫວ່າງສອງປະເທດ.  ໃນກອງປະຊຸມ, ບັນດານັກຊ່ຽວຊານກ່ຽວກັບການພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າຂອງ ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີທີ່ຕັ້ງທີ່ສະດວກເພື່ອສົ່ງອອກ ກໍຄື ຮັບເອົາບັນດາເຄື່ອງອຸປະກອນເຕັກໂນໂລຢີສູງ;  ໃນນັ້ນ ມີອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ມີໂອກາດກາຍເປັນໜຶ່ງໃນບັນດາຕ່ອງໂສ້ສຳຄັນໃນລະບົບສະໜອງຂອງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ ເພາະວ່າ ຂະແໜງນີ້ ພວມມີການຫັນປ່ຽນຕາມທິດ “ຮູບປີກແມ້ງກະເບື້ອງ”, ແທນທີ່ຈະສຸມໃສ່ບາງປະເທດຄື: ອາເມລິກາ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ). ຫວຽດນາມ ສາມາດໄດ້ຮັບຜົນປະໂຫຍດໃນທ່າອ່ຽງນີ້ ຖ້າຫາກວ່າກຳນົດຖືກຕ້ອງຈຸດໃຈກາງ,  ຈຸດສຸມລົງທຶນພັດທະນາຂະແໜງເຄິ່ງຊັກນຳໄຟຟ້າ.


ຕອບກັບ

ຂ່າວ/ບົດ​ອື່ນ