ຫວຽດນາມ ສັກວັກຊີນຕ້ານໂຄວິດ-19 ໄດ້ຫຼາຍກວ່າ 207 ລ້ານໂດສ

(VOVWORLD) -ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໃໝ່ 54.995 ຄົນຢູ່ 61 ແຂວງ, ນະຄອນ ແລະ ມີຜູ້ເສຍຊີວິດ 39 ຄົນ
    ຫວຽດນາມ ສັກວັກຊີນຕ້ານໂຄວິດ-19 ໄດ້ຫຼາຍກວ່າ 207 ລ້ານໂດສ - ảnh 1ພາບປະກອບ

    ໃນວັນທີ 5 ເມສານີ້, ຫວຽດນາມມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຕື່ມອີກ 303.455 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ ໄດ້ຮັບການປິ່ນປົວຫາຍດີເປັນ 8.147.290 ຄົນ.

     ມາຮອດຕອນບ່າຍວັນທີ 5 ເມສານີ້, ຫວຽດນາມໄດ້ສັກຢາປ້ອງກັນພະຍາດໂຄວິດ-19 ໄດ້ກວ່າ 207 ລ້ານໂດສ. ອັດຕາການສັກວັກຊີນກັນພະຍາດໂຄວິດ-19 ສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປຢູ່ຫວຽດນາມແມ່ນ: ເຂັມທີ 1 ແມ່ນ 100%, ເຂັມທີ 2 ແມ່ນ 99,8%, ເຂັມທີ 3 ປະມານ 50%.

 

ຕອບກັບ

ຂ່າວ/ບົດ​ອື່ນ