(vovworld) - ໃນຂອບເຂດໂຄງການ “ເພີ່ມທະວີກຳລັງຄວາມສາມາດປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ” ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ໂຄງການພັດທະນາສະຫະປະຊາຊາດ (ຫຼື UNDP), ການສຳມະນາ “ກົນໄກສິດທິມະນຸດແຫ່ງຊາດ ແລະ ພາກພື້ນ, ເຊື່ອມຕໍ່ບັນດາອົງການເຮັດວຽກ ແລະ ຄົ້ນຄ້ວາ ກ່ຽວກັບສິດທິມະນຸດ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 16/4 ຢູ່ນະຄອນດ່າໜັງ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Ha Kim Ngoc, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ: ສິດທິມະນຸດແມ່ນຄວາມມຸ້ງຫວັງລວມ ແລະ ໝາກຜົນແຫ່ງການຕໍ່ສູ້ຂອງມະນຸດ ຜ່ານໄລຍະພັດທະນາຕ່າງໆ. ແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນສຸ້ຊົນຮັບປະກັນບັນດາສິດທິມະນຸດໃຫ້ແກ່ປະຊາຊົນທຸກຄົນໃຫ້ນັບມື້ນັບດີກ່ວາ. ໃນ 2 ວັນດຳເນີນການເຮັດວຽກ (ວັນທີ 16 ແລະ 17/4), ກອງປະຊຸມສຳມະນາຈະແລກປ່ຽນກ່ຽວກັບບັນດາກົນໄກສິດທິມະນຸດແຫ່ງຊາດ ແລະ ພາກພື້ນຢູ່ໃນໂລກ, ລວມມີກົນໄກສິດທິມະນຸດຢູ່ເອີລົບ, ທະວີບອາເມລິກາ, ອາຟຣີກາ ແລະ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (ຫຼື AICHR), ແບ່ງປັນການຄົ້ນຄ້ວາ ກ່ຽວກັບອົງການສິດທິມະນຸດແຫ່ງຊາດ, ພ້ອມທັງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການເຮັດວຽກ ແລະ ຄົ້ນຄ້ວາກ່ຽວກັບສິດທິມະນຸດ.