ຫວຽດນາມ ສືບຕໍ່ພົ້ນເດັ່ນຂຶ້ນໃນທ່າມກາງສິ່ງທ້າທາຍຫຼາຍຢ່າງ

ຫວຽດນາມ ສືບຕໍ່ພົ້ນເດັ່ນຂຶ້ນໃນທ່າມກາງສິ່ງທ້າທາຍຫຼາຍຢ່າງ - ảnh 1
ນັກ​ຂ່າວ Veeramalla Anjaiah  : “ ດວງ​ດາວ ຫວຽດນາມ
ສືບ​ຕໍ່​ພົ້ນ​ເດັ່ນຂຶ້ນ​ໃນ​ທ່າມກາງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ”
(ພາບ: Internet)


Vovworld- ​ເນື່ອງ​ໃນ​ໂອກາດ​ວັນ​ມະຫາ​ໄຊ​ຂອງ​ຫວຽດນາມ 30/4, ໜັງສືພິມ ​ໄປສະນີຈາ​ກາກ​ຕາ ຂອງ​ອີ​ນໂດ​ເນ​ເຊຍ ສະບັບ​ອອກ​ວັນ​ທີ 30/4 ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າວ Veeramalla Anjaiah ດ້ວຍ​ຫົວ​ຂໍ້​ວ່າ “ ດວງ​ດາວ ຫວຽດນາມ ສືບ​ຕໍ່​ພົ້ນ​ເດັ່ນຂຶ້ນ​ໃນ​ທ່າມກາງ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ” ​ໃນ​ນັ້ນ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ​ອາດ​ຈະ​ບໍ່​ແມ່ນ​ເສືອ​ໂຕ​ໜຶ່ງ, ​ແຕ່​ແນ່ນອນ​ວ່າ​ແມ່ນ “ ດວງ​ດາວ ຫວຽດນາມ ຫາ​ກໍ​ພົ້ນ​ເດັ່ນຂຶ້ນຢູ່ ອາຊີ ” ດ້ວຍ​ລະດັບ​ການ​ເຕີບ​ໂຕ​ສະ​ເລຍກ່ວາ 7%/ປີ​ໃນ​ທົດ​ສະ​ວັດ​ທຳ​ອິດ​ຂອງ​ສະຕະວັດ​ທີ່ 21 ​ເຖິງ​ແມ່ນ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາ​ຍຢ່າງ. ນັກ​ຂ່າວ Veeramalla Anjaiah ​ເນັ້ນ​ໜັກ​ວ່າ ນັບ​ທັງ​ຢູ່​ຈຸດ​ຍອດ​ສູງ​ຂອງ​ວິ​ກິດ​ການ​ເງິນ​ທົ່ວ​ໂລກ​ປະຈຸ​ບັນ, GDP ຂອງ​ຫວຽດນາມ​ຍັງ​ຄົງ​ສາມາດ​ບັນລຸ​ລະດັບ​ເຕີບ​ໂຕ 6,8% ​ໃນ​ປີ 2010 ​ແລະ 5,89% ​ໃນ​ປີ 2011. ນັກ​ຂ່າວ Veeramalla Anjaiah ຍັງ​ຕີ​ລາຄາ​ສູງ​ນະ​ໂຍບາຍ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ແມ່ນ “ ​ເປັນ​ເພື່ອນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ ”  ​ແລະ ຊີ້​ແຈ້ງວ່າ ກິດຈະການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ​ໂດຍ​ເລີາມ​ແຕ່ ປີ 1986 ​ໄດ້​ຫັນ​ພື້ນຖານ​ເສດຖະກິດ​ຈາກ​ລວມສູນ​ອາດຍາ​ສິດ​ເກື້ອກູນ​ໄປ​ສູ່​ກຳນົດ​ທິດ​ການ​ຕະຫຼາດ​ສັງຄົມ​ນິຍົມ, ອັນ​ໄດ້​ເປີດ​ປະຕູ​ໃຫ້​ແກ່​ບັນດານັກ​ລົງທຶນ​ຕ່າງປະ​ເທດ​ດ້ວຍ​ຂໍ້​ກຳ​ນົດຖືກ​ໂຍະ​ຍານ ​ແລະ ບຸລິ​ມາ​ສິດ. ດັ່ງ​ນັ້ນ ສະ​ເພາະ​ປີ 2011 ຫວຽດນາມ​​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ FDI ​ໄດ້ 11,6 ຕື້ USD .

 

ຂ່າວ/ບົດ​ອື່ນ