ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ ອັງກິດ

ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ ອັງກິດ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ແລະ ທ່ານ Liam Fox
(ພາơ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 23/02, ຢູ່​ຮ່າ​ໂນ້ຍ, ທ່ານ Liam Fox ລັດຖະມົນຕີ​ການ​ຄ້າ​ສາກົນ​ລາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າລັດຖະບານ ອັງກິດ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ສ້າງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຄູ​ອາຈານ​ສອນ​ພາສາ​ອັງກິດ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​​ແກ່​ນັກ​ສຶກສາ ຫວຽດນາມ ​ທີ່ໄປຮຽນ​ຢູ່ ອັງ​ກິດ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ສະ​ເໜີ​ວ່າ: 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​​ຮອດ​ກ່ອນ​ປີ 2020 ​ຈະເພີ່​ມວົງ​ເງິນ​ການ​ຄ້າຂຶ້ນທົບ 2 ​ເທົ​່າ​ເມື່ອ​ທຽບ​ໃສ່​ລະດັບ​ກ່ວາ 5,6 ຕື້ USD ປີ 2016 ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ ອັງ​ກິດ ທຳ​ມາ​ຫາ​ກິນ ຢູ່ ຫວຽດນາມ ສຳ​ເລັດ​ຜົນ. ທ່ານ​ນາຍົກລັດຖ​ະມົນຕີ​ສະ​ແດງ​ຄວາມ​ຫວັງ​ວ່າ ພາຍຫລັງ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ, ການ​ພົວພັນຮ່ວມ​ມື 2 ປະ​ເທດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ຈະ​ພັດທະນາ​ແຂງ​ແຮງ​ກ່ວາ​ອີກ, ນັບ​ທັງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

        ສ່ວນ​ທ່ານ Liam Fox ຕີ​ລາຄາ​ສູງ ຫວຽດນາມ ​ແລະ ອັງກິດ ມີ​ຫລາຍຜົນສຳ​ເລັດ​ໃນ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ລັດຖະມົນຕີ Liam Fox ​ໃຫ້​ຮູ້​ວ່າ: ລາຊະ​ອານາຈັກ ອັງກິດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ, ສິ່ງ​ດັ່ງກ່າວ ກໍ່​ຈະປະກອບສ່ວນ​ເຂົ້າ​​ໃນຄວາມ​ວັດທະນາ​ຖາວອນ​ຂອງ ອັງກິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ