ຫວຽດນາມ - ສ.ເກົາຫຼີ ຈະລົງນາມ ສັນຍາການຄ້າເສລີໂດຍໄວ

ຫວຽດນາມ - ສ.ເກົາຫຼີ ຈະລົງນາມ ສັນຍາການຄ້າເສລີໂດຍໄວ - ảnh 1
ຫວຽດນາມ - ສ.​ເກົາຫຼີ ຈະ​ລົງ​ນາມ​ສັນຍາ​ການ​ຄ້າ​ເສລີໂດຍ​ໄວ
(ພາບປະກອບ)


(vovworld) -     ຕອນ​ບ່າຍ​ວັນ​ທີ 12/12, ທີ່​ການ​ຕ້ອນຮັບ​ທ່ານ Choi Kyonglim, ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ສ.​ເກົາຫຼີ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູ​ວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ທີ່​​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສຳ​ມະ​ນາ “​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ສ.​ເກົາຫຼີ” ​ລະ​ຫວ່າງ​ຄະນະ​ຜູ້​ແທນກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ສ.​ເກົາຫຼີ ​ແລະ ກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ ທີ່ຫາ​ກໍ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

        ທ່ານ​ຮອງ​ລັດຖະມົນຕີ Choi Kyonglim ຖື​ວ່າ ບຸລິມະສິດ​ຂອງ​ສ.​ເກົາຫຼີ ​ແມ່ນ​ຊຸກຍູ້​ການລົງ​ນາມ​ໃນ​ສັນ​ຍາ FTA, ສູ້​ຊົນບັນລຸຄາດໝາຍ​ເຕີບ​ໂຕ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ 25 ຕື້ USD ​ໃນ​ປີ 2015 ​ແລະ 30 ຕື້ USD ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ພ້ອມ​ກັບ ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ສ.​ເກົາຫຼີ​ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ສ.​ເກົາຫຼີ”. ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ຫງວຽນ​​ເກີ​ມຕຸ໋ (Nguyen Cam Tu) ຢືນຢັນ​ການ​ສ້າງ​ຕັ້ງ​ສັນຍາ FTA ກັບສ.​ເກົາຫຼີ ຈະ​ສ້າງ​ກາລະ​ໂອກາດ​ໃຫ້​​ວິ​ສາ​ຫະກິດ​ຫວຽດນາມ ​ແກ່ງ​ແຍ້​ງດີກ​ວ່າ​ຢູ່​ຕະຫຼາດ​ນີ້, ພ້ອມ​ທັງ​ຊຸກຍູ້​ການ​ສົ່ງ​ອອກ​ໄປ​ຍັງ​ສ.​ເກົາຫຼີ ກໍ​ຄື​ບັນດາ​ຕະຫຼາດ​ອື່ນໆ. ທ່ານ ຫງວຽນ​​ເກີ​ມຕຸ໋ ກ່າວ​ວ່າ.

        “ສິນຄ້າຕົ້ນ​ຕໍ່​ທີ່ ​ຫວຽດນາມ ນຳ​ເຂົ້າ​ຈາກ ສ.​ເກົາຫຼີ ​ແມ່ນ​ວັດ​ຖຸດິບ​​ເຊື້ອ​ເພີງ​ສົມ​ເຂົ້າ​ທີ່ຮັບ​ໃຊ້​ໃຫ້ການ​ລົງທຶນ, ການຜະລິດ, ​ໃນ​ນັ້ນ​ມີ​ພາກສ່ວນໜຶ່ງ​ຮັບ​ໃຊ້​ໃຫ້​ວິ​ສາ​ຫະກິດ​ພະ​ລິດ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ບັນດາໝວດສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ່​ຂອງ​ຫວຽດນາມ ​​ໄປ​ຍັງຕະຫຼາດສ.​ເກົາຫຼີ ​ແມ່ນ​ເຄື່ອງ​ຕໍ່າ​ແຜນ​ຕັດ​ຫຍິບ, ​ເຄື່ອງ​ເຟີ​ນີ​ເຈີ, ສິນຄ້າ​ກະສິກຳ… ປີ 2011, ໝວດ​ສິນຄ້າ​ນີ້ ກວມ​ເອົາ 70% ມູນ​ຄ່າ​ສົ່ງ​ອອກ​ໄປ​ຍັງ​ສ.​ເກົາຫຼີ”.

ຂ່າວ/ບົດ​ອື່ນ