ຫວ​ຽດ​ນາມ ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ແກ້​ໄຂ​​ຂໍ້​ຂັດ​ແຍ່ງ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ

(VOVWORLD) -ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ.
ຫວ​ຽດ​ນາມ ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ແກ້​ໄຂ​​ຂໍ້​ຂັດ​ແຍ່ງ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ - ảnh 1 ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ຕອບສຳພາດກັບນັກຂ່າວ (ພາບ: TTXVN)

        ຫວຽດນາມ ຮ່ວມມືກັບບັນດາປະເທດເພື່ອແກ້ໄຂຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ໃນການບັນລະຍາຍຢູ່ມະຫາວິທະຍາໄລ Joaquim Chissano ດ້ວຍຫົວຂໍ້ວ່າ “ສະພາບການຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ” ໃນວັນທີ 15 ສິງຫາ. ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ, ເນັ້ນໜັກເຖິງຄວາມມານະພາຍາຍາມຂອງ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດເພື່ອແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

        ສ່ວນການພົວພັນກັບ ອາຊຽນ ແລະ ບັນປະເທດ, ທ່ານ ເອກອັກຄະລັດຖະທູດຢັ້ງຢືນວ່າ ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດທີ່ມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກ້ວາງ, ຫັນການພົວພັນສາກົນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ