ຫວຽດນາມ ເຂົ້າຮ່ວມງານວາງສະແດງໂລກ ຢູ່ Dubai

(VOVWORLD) -EXPO 2020 Dubai ຖືກຈັດຂຶ້ນໃນເວລາ 6 ເດືອນ, ນັບແຕ່ວັນທີ 01 ຕຸລາ ຫາວັນທີ 31 ມີນາ 2022
ຫວຽດນາມ ເຂົ້າຮ່ວມງານວາງສະແດງໂລກ ຢູ່ Dubai - ảnh 1ງານວາງສະແດງຫວຽດນາມ
(ພາບ: expo2020dubai.com)

ໃນວັນທີ 01 ຕຸລາ ຈະມາເຖິງ, ພິທີເປີດ ງານວາງສະແດງຫວຽດນາມ ຢູ່ໝູ່ບ້ານ EXPO 2020 Dubai, ພາຍຫຼັງພິທີໄຂງານວາງສະແດງໂລກ - World EXPO 2020 Dubai ເຊິ່ງຈະຈັດຂຶ້ນຢູ່ນະຄອນ Dubai, ສະຫະລັດອາຣັບ ເອມມີເລດ (UAE) ໃນວັນທີ 30 ກັນຍາ.

        ເປັນຄັ້ງທີ 7 ທີ່ເຂົ້າຮ່ວມງານວາງສະແດງໂລກນີ້, ຜ່ານການນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ງານວາງສະແດງຫວຽດນາມ ຈະແນະນຳເຖິງເພື່ອນມິດສາກົນບັນດາຄຸນຄ່າມູນເຊື້ອອັນຍອດຍິ່ງ, ບັນດາຜົນງານໃນການປ່ຽນແປງໃໝ່ປະດິດຄິດສ້າງຂອງຫວຽດນາມ, ປະກອບສ່ວນໂຄສະນາພາບພົດປະເທດຊາດ ຫວຽດນາມ, ເປີດກາລະໂອກາດເພີ່ມທະວີການຮ່ວມມື, ລົງທຶນລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ ແລະ ໂລກ.

        EXPO 2020 Dubai ຖືກຈັດຂຶ້ນໃນເວລາ 6 ເດືອນ, ນັບແຕ່ວັນທີ 01 ຕຸລາ ຫາວັນທີ 31 ມີນາ 2022, ດຶງດູດການເຂົ້າຮ່ວມຂອງກວ່າ 190 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ