ຫວຽດ​ນາມ​ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປັບ​ປຸງ​ສັນ​ຕິ​ພາບ​ຢູ່ ອາ​ຟ​ຼິ​ກາ​ຕາ​ເວັນ​ຕົກ

(VOVWORLD) - ວັນທີ 8 ມັງກອນ, ໂດຍເປັນປະທານໃນເດືອນມັງກອນຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມ ລາຍງານຂອງທ່ານ ເລຂາທິການໃຫຍ່ ສປຊ ກ່ຽວກັບການເຄື່ອນໄຫວຂອງຫ້ອງການ ສປຊ ຢູ່ພາກພື້ນ ອາຟຼິກາຕາເວັນຕົກ ແລະ Sahel (UNOWAS) ໃນໄລຍະມໍ່ໆມານີ້. ນີ້ແມ່ນກອງປະຊຸມເປີດເຜີຍຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດຄັ້ງທຳອິດ ໂດຍ ຫວຽດນາມ ເຈົ້າພາບໃນຖານະເປັນປະທານໝູນວຽນ.
ຫວຽດ​ນາມ​ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປັບ​ປຸງ​ສັນ​ຕິ​ພາບ​ຢູ່ ອາ​ຟ​ຼິ​ກາ​ຕາ​ເວັນ​ຕົກ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN) 

ທີ່ກອງປະຊຸມ, ທ່ານ Mahamed Ibn Chamnas, ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່, ຫົວໜ້າຫ້ອງການ UNOWAS ໄດ້ສະເໜີບົດລາຍງານກ່ຽວກັບສະພາບການຢູ່ພາກພື້ນ ແລະ ການເຄື່ອນໄຫວຂອງ UNOWAS ໃນ 6 ເດືອນທີ່ຜ່ານມາກໍ່ຄືບັນດາຂໍ້ສະເໜີຕ່າງໆ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນມັງກອນ 2020 ມີບົດປະກອບຄຳເຫັນດ້ວຍຖານະເປັນຜູ້ຕາງໜ້າປະເທດ ທ່ານຕີລາຄາສູງໝາກຜົນການປະຕິບັດວຽກງານ ຂອງ UNOWAS ໃນໄລຍະທີ່ຜ່ານມາ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມ, ຂໍ້ລິ້ເລີ່ມຂອງ ອົງການນີ້. ຕໍ່ໜ້າຄວາມໝັ້ນຄົງໃນພາກພື້ນທີ່ກຳລັງມີທ່າອ່ຽງຮ້າຍແຮງລົງນັ້ນ, ຫວຽດນາມສະເໜີໃຫ້ ບັນດາປະເທດ ແລະ ອົງການຈັດຕັ້ງໃນພາກພື້ນຄື ກຸ່ມ G5 Sahel, ຈົ່ງສືບຕໍ່ມານະພະຍາຍາມຮ່ວມມືກັນຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ພ້ອມທັງຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພັດທະນາ, ແກ້ໄຂສາຍເຫດຕົ້ນຕໍຂອງການຂາດສະຖຽນລະພາບ, ລວມມີບັນດາຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດສຳລັບສະພາບຄວາມໝັ້ນຄົງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ