ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຄະນະບໍລິຫານງານສະຫະພັນ UNESCO ໂລກ

(VOVWORLD) - ກອງປະຊຸມຄັ້ງນີ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງຂະບວນການ UNESCO  ບໍ່ຂຶ້ນກັບລັດຖະບານໃນທົ່ວໂລກ, ສ້າງເງື່ອນໄຂໃໝ່ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາສະຫະພັນ ແລະ ສະໂມສອນ UNESCO  ບັນດາປະເທດສະມາຊິກ.
ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຄະນະບໍລິຫານງານສະຫະພັນ UNESCO  ໂລກ - ảnh 1ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 40 ທ່ານທີ່ມາຈາກບັນດາປະເທດສະມາຊິກ ສະຫະພັນ UNESCO ໂລກ (ພາບ: TTXVN)

ວັນທີ 5 ສິງຫາ, ຢູ່ນະຄອນ ຮະລອງ, ແຂວງກ໋ວາງນິງ, ໄດ້ດຳເນີນກອງປະຊຸມຄະນະບໍລິຫານງານສະຫະພັນ UNESCO  ໂລກຄັ້ງທີ 43 ແລະ ກອງປະຊຸມສາກົນ “ບົດບາດ ແລະ ການປະກອບສ່ວນຂອງຂະບວນການ UNESCO ຕໍ່ອຸດສາຫະກຳວັດທະນະທຳ”. ນີ້ແມ່ນເຫດການສາກົນສຳຄັນໂດຍສະຫະພັນ UNESCO  ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຫງວຽນຊວັນທັ້ງ ປະທານສະຫະພັນ UNESCO  ຫວຽດນາມ, ກຳມະການຄະນະບໍລິຫານງານສະຫະພັນ UNESCO  ໂລກ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງຂະບວນການ UNESCO  ບໍ່ຂຶ້ນກັບລັດຖະບານໃນທົ່ວໂລກ, ສ້າງເງື່ອນໄຂໃໝ່ເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາສະຫະພັນ ແລະ ສະໂມສອນ UNESCO  ບັນດາປະເທດສະມາຊິກ ພ້ອມກັນມຸ່ງໄປເຖິງແຜນງານ, ການກະທຳໃນຂົງເຂດການສຶກສາ, ວິທະຍາສາດ, ວັດທະນະທຳ, ຂໍ້ມູນຂ່າວສານ ຕາມແນວຄິດວັດທະນະທຳມະນຸດທີ່ໃສແຈ້ງຂອງ UNESCO. ຈຸດພົ້ນເດັ່ນເປັນໜ້າສົນໃຈຂອງກອງປະຊຸມປີນີ້ແມ່ນ ບັນດາຜູ້ແທນຈະແບ່ງປັນບົດຮຽນປະສົບການ ແລະ ປຶກສາຫາລືກ່ຽວກັບບົດບາດຂອງອຸດສາຫະກຳ ວັດທະນະທຳ ແລະ ພື້ນຖານເສດຖະກິດປະດິດຄິດສ້າງໃນການຊຸກຍູ້ການເຕີບໂຕເສດຖະກິດ, ສ້າງວຽກເຮັດງານທຳ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ. 

ຕອບກັບ

ຂ່າວ/ບົດ​ອື່ນ