ຫວຽດ​ນາມ​ ແມ່ນ​ຕະຫຼ​າດ​ທີ່​ກ້​ວາງ​ໃຫຍ່​ໃຫ​້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຊູ​ແອດ

(VOVWORLD) -  ສືບຕໍ່ລາຍການຢ້ຽມຢາມຊູແອດຢ່າງເປັນທາງການ, ວັນທີ 27 ພຶດສະພາ, ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ແລກປ່ຽນກັບການນຳບັນດາກຸ່ມບໍລິສັດແຖວໜ້າ ຂອງຊູແອດ.
ຫວຽດ​ນາມ​ ແມ່ນ​ຕະຫຼ​າດ​ທີ່​ກ້​ວາງ​ໃຫຍ່​ໃຫ​້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຊູ​ແອດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບການນຳບັນດາກຸ່ມບໍລິສັດແຖວໜ້າ ຂອງຊູແອດ ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ (ພາບ: ທົງເຍີດ/TTXVN)

ທີ່ການພົບປະ, ບັນດາການນຳຂອງບັນດາກຸ່ມບໍລິສັດຊູແອດໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ແລະ ຊູແອດ ພວມມີຈຸດລວມ, ນັ້ນແມ່ນມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ບັນດາກຸ່ມບໍລິສັດ ຊູແອດ ກໍ່ສະແດງຄວາມປາດຖະໜາຢາກໃຫ້ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ EU (EVFTA) ໄດ້ຮັບການລົງນາມໂດຍໄວ, ຜ່ານນັ້ນສ້າງເງື່ອນໄຂສະດວກໃນການຊຸກຍູ້ການຄ້າການລົງທຶນຂອງ ຊູແອດ ເຂົ້າ ຫວຽດນາມ. ການນຳບັນດາກຸ່ມບໍລິສັດກໍ່ໃຫ້ຮູ້ວ່າພ້ອມແລ້ວທີ່ຈະຖ່າຍທອດບັນດາເຕັກໂນໂລຢີໃຫ້ແກ່ບັນດາຄູ່ຮ່ວມມື ຫວຽດນາມກໍ່ຄືເປີດກ້ວາງການລົງທຶນ, ທຳການຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ.

ຕີລາຄາສູງບັນດາຄຳໝັ້ນສັນຍາ, ຄວາມປາດຖະໜາຢາກຮ່ວມມືຂອງບັນດາກຸ່ມບໍລິສັດແຖວໜ້າຂອງ ຊູແອດ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ບັນດາອົງການທີ່ກ່ຽວຂ້ອງຈະພະຍາຍາມຈົນສຸດຄວາມສາມາດເພື່ອໜູນຊ່ວຍບັນດາກຸ່ມບໍລິສັດ, ວິສາຫະກິດ ຊູແອດທີ່ຈະມາ ຫວຽດນາມ ແລະ ເປີດກ້ວາງການລົງທຶນຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັ້ກວ່າ ດ້ວຍບັນດາທ່າແຮງຄືແມ່ນປະຕູເຂົ້າອອກຂອງ ຕະຫຼາດອາຊຽນ ແລະ ມີສົນທິສັນຍາການຄ້າເສລີໃໝ່ຫຼາຍສະບັບເຊິ່ງ ໄດ້ ແລະ ກຳລັງໄດ້ຮັບການລົງນາມ. ຫວຽດນາມແມ່ນຕະຫຼາດທີ່ກວ້າງໃຫຍ່ໃຫ້ແກ່ບັນດາວິສາຫະກິດຊູແອດ.

ຕອບກັບ

ຂ່າວ/ບົດ​ອື່ນ