ຫວຽດ​ນ​າມ​ ແລະ ຍີ່​ປຸ່ນເ​ຫັນ​ດີເປັ​ນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່ລະ​ຫວ່າ​ງ 2 ​ພ​ື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) - ວັນທີ 30 ພຶດສະພາ, ຢູ່ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໄດ້ມີການພົບປະເຈລະຈາ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 11 ຂອງ ຄະນະກຳມະການຮ່ວມມື ລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
ຫວຽດ​ນ​າມ​ ແລະ ຍີ່​ປຸ່ນເ​ຫັນ​ດີເປັ​ນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່ລະ​ຫວ່າ​ງ 2 ​ພ​ື້ນ​ຖານ​ເສດ​ຖະ​ກິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono (ພາບ: ຮົ່ງຫາຍ/TTXVN)

ທີ່ເຫດການນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດຜ່ານການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການລົງທຶນ, ການຄ້າ, ອຸດສາຫະກຳ, ພະລັງງານ, ກະສິກຳ. ສອງຝ່າຍໄດ້ເຫັນດີຈະຊຸກຍູ້ການຮ່ວມມືໃນການຮັບຜູ້ອອກແຮງງານ, ນັກສຶກສາ, ຄົ້ນຄ້ວາຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບີ່ງມິງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ຫັນລະບຽບການອອກວີຊາເຂົ້າເມືອງ ຍີ່ປຸ່ນ ໃຫ້ແກ່ຊາວ ຫວຽດນາມ ໃຫ້ມີຄວາມສະດວກກ່ວາ. ສອງຝ່າຍໄດ້ເຫັນດີຈະເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄວໃນພາກພື້ນ ແລະ ສາກົນ, ຊຸກຍູ້ການຮ່ວມສຳພັນເສດຖະກິດສາກົນ, ໃນນັ້ນມີການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ(CPTPP).

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການທີ່ນຳການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກກ້ວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນນັບມື້ນັບມີປະສິດທິຜົນ ແລະ ມີຄຸນນະພາບ. ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື ODA. ດ້ານອື່ນ, ສອງຝ່າຍຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜົນສຳເລັດຂອງກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ຫລື G20 ເຊິ່ງຈະໄດ້ຈັດຕັ້ງຢູ່ Osaka, ຍີ່ປຸ່ນ, ໃນເດືອນ ມິຖຸນາຈະມາເຖິງ.

ທ່ານ ລັດຖະມົນຕີການຕ່າງປະເທດ Kono ຢັ້ງຢືນວ່າ ຈະໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ສະມັດຕະພາບການອອກແຮງງານ, ສ້າງຕັ້ງລັດຖະບານເອເລັກໂຕນິກ, ປະຕິຮູບການບໍລິຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຂໍ້ມູນຂ່າວສານທາງໂທລະຄົມມະນາຄົມ. ທ່ານ ລັດຖະມົນຕີການຕ່າງປະເທດ Kono ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ