ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການ ຮ່ວມມືດ້ານເສດຖະກິດ, ການຄ້າ

ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການ ຮ່ວມມືດ້ານເສດຖະກິດ, ການຄ້າ - ảnh 1

ທ່ານ​ນາຍົກລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ​ໃຫ້ການ

​ຕ້ອນຮັບທ່ານ​ຮອງ​ນາຍົກລັດຖະມົນຕີ​ນິວຊີ​ແລນ Bill English

 (ພາບ: nguyentandung.org)

(vovworld)-​​​​ ​ ຕອນ​ບ່າຍວັນ​ທີ 16/9, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດ ຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ນິວຊີ​ແລນ Bill English ພວມ​ຢູ່ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ນິວຊີ​ແລນ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຊື່​ງການ​ນຳ​ຂັ້ນສູງສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຈົ່ງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ, ການບິນ, ການ​ສຶກສາ​ບຳລຸງ​ສ້າງ…​ກ່ວາ​ອີກ. ທ່ານ​ຍັງ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຈົ່ງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ ​ແລະ ປາດ​ຖະໜາ​ວ່າ: ນິວຊີ​ແລນ ຈະ​ສະໜັບສະໜູນ​ຫຼັກໝັ້ນຂອງ​ອາ​ຊຽນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສ່ວນ​ທ່ານ Bill English ຢືນຢັນ​ວ່າ: ຍາມ​ໃດ, ນິວຊີ​ແລນ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ກັບ​ຫວຽດນາມ ພ້ອມ​ທັງ​ຈະ​ຮ່ວມ​ມື​​ກັບ​ຫວຽດນາມ ກໍ່​ຄື​ປະ​ເທດ​ອື່ນໆ​ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ດຳ​ເນີນ​ການ​ເຈລະຈາ​ສັນຍາການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​​ເຂດປາຊີ​ຝິກ (TPP) ສຳ​ເລັດ.

 

ຂ່າວ/ບົດ​ອື່ນ