ຫວຽດນາມ ແລະ ລາວ ແບ່ງປັນບົດຮຽນສື່ມວນຊົນທັນສະໄໝ

ຫວຽດນາມ ແລະ ລາວ ແບ່ງປັນບົດຮຽນສື່ມວນຊົນທັນສະໄໝ - ảnh 1
( ພາບປະກອບຈາກອີນເຕີແນດ )
( vovworld ) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ລາວ ​ໃຫ້​ຂ່າວ​ວ່າ, ວັນ​ທີ 20/2 ຢູ່​ນະຄອນຫຼວງວຽງ​ຈັນ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ​ຫວຽດນາມ ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ລາວ​ ເປີດ​ຊຸດຝຶກອົບ​ຮົ​ມ​ແບ່ງປັນ​ບົດຮຽນດ້ານ​ວິ​ຊາ​ການ​ສື່​ມວນ​ຊົນ​ທັນ​ສະ​ໄໝ​ໃຫ້​ແກ່​ນັກ​ຂ່າວ​ລາວ. ຊຸດຝຶກ​ອົບຮົມ​ມີ 30 ຄົນ​ທີ່​ມາ​ຈາກ​ບັນດາ​ໜັງສືພິມ, ວິທະຍຸ​ສູນ​ກາງ ​ແລະ 17 ​ແຂວງ​, ນະຄອນໃນ​ທົ່ວ​ປະ​ເທດລາວ. ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ​ຫວຽດນາມ ​ໄດ້​ສົ່ງ​ນັກ​ຂ່າວທີ່​ມີ​ປະສົບ​ການ 4 ຄົນ​​ໄປ​ແລ​ກປ່ຽນບົດຮຽນ​ກັບ​ນັກ​ຂ່າວ​ລາວ. ທ່ານ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງ ຂ່າວວັດທະນະ​ທຳ ​ແລະ ທ່ອງ​ທ່ຽວ​ລາວ ບໍ່​ແສງ​ຄຳ ວົງ​ດາລາ ຊີ້​ແຈງວ່າ ບົດຮຽນ​ດ້ານ​ວິ​ຊາ​ການ​ເຊິ່ງບັນ​ດານັກ​ຂ່າວ​​ຫວຽດນາມ ​ແບ່ງປັນຈະ​ຊ່ວຍຍົກ​ສູງ​ຄວາມ​ຮູ້​ດ້ານ​ວິ​ຊາການ​ເພື່ອ​ໃຫ້​ນັກ​ຂ່າວ​ລາວ ​ເຊື່ອມ​ໂຍງ​ກັບສື່​ມວນ​ຊົນ​ສາກົນ, ພິ​ເສດ​ແມ່ນ​ຊ່ວຍ​ນັກ​ຂ່າວ​ລາວ ​ສອງ​ແສງ​ບັນດາ​ເຫດການ​ຂອງ​ປີ​​ແຫ່ງ​ຄວາມສາມັກຄີມິດຕະພາບລາວ - ຫວຽ​ດນາມ, ​ໂຄສະ​ນາພິທີ​ສະ​ເຫຼີ​ມສະຫຼອງ​ບັນດາວັນ​ບຸນ​ໃຫຍ່​ກໍ​ຄື​ເຫດການ​ສຳຄັນຕ່າງໆຂອງສອງ​ປະ​ເທດຄື; 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ​.
ຂ່າວ/ບົດ​ອື່ນ