ຫວຽດນາມ ແລະ ອິນໂດເນເຊຍ ມຸ່ງໄປເຖິງການພົວພັນ ຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ອິນໂດເນເຊຍ ມຸ່ງໄປເຖິງການພົວພັນ     ຄູ່ຮ່ວມມືຍຸດທະສາດ  - ảnh 1
ປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono
ພາບ: internet


(vovworld) - ວັນ​ທີ 28 -29/8, ຄະນະ​ຜູ້​ແທນ ຫວຽດນາມ ​ແລະ ອິນ​ໂດ​ເນ​​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 2 ຢູ່ ບາ​ລີ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ມູ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​        ຮ່​ວມມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ໂດ​ເນ​ເຊຍ. ທ່ານ Pham Quang Vinh ຮອງລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ແລະ ທ່ານ Pitono Purnomo ຫົວຫນ້າ​ກົມ​ໄຈ້​ແຍກນະ​ໂຍບາຍ ​ແລະ ພັດທະນາ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ເປັນ​ປະທານ​ຮ່ວມ​ກອງປະຊຸມ​. ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ໄດ້​ປຶ​ກສາ​ຫາລື​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ສອງ​ຝ່າຍ​ໄດ້​ກຳນົດ​ບາງ​ບັນຫາ​ຮ່ວມ​ມື​ຕົ້ນຕໍ​ຄື: ການ​ເມືອງ, ປ້ອງ​ກັນຊາ​ດປ້ອງກັນ​ຄວາມ​ສະຫງົບ, ກົດໝາຍ, ​ເສດຖະກິດ, ການ​ຄ້າ ການ​ລົງທຶນ, ວັດທະນະທຳ ສັງຄົມ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ພະລັງງານ. ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ສອງ​ຝ່າຍ​ກໍເຫ​ັນດີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ລະຫວ່າງ​ພາກ​ພື້ນ ​ແລະ ການ​ພົວພັນຫລາຍ​ຝ່າຍ.

ຂ່າວ/ບົດ​ອື່ນ