ຫວຽດນາມ ແລະ ອີຢິບ ເພີ່ມທະວີການຮ່ວມມືດ້ານການຄ້າ

(VOVWORLD) - ຫວຽດນາມ ແລະ ອີຢິບ ຊຸກຍູ້ການຮ່ວມມືໃນຂອບເຂດບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາຂອງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ ເພື່ອເພີ່ມວົງເງິນແລກປ່ຽນການຄ້າໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ.
ຫວຽດນາມ ແລະ ອີຢິບ ເພີ່ມທະວີການຮ່ວມມືດ້ານການຄ້າ - ảnh 1 ຫວຽດນາມ ແລະ ອີຢິບ ເພີ່ມທະວີການຮ່ວມມືດ້ານການຄ້າ

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກາວກວກຮຶງ ແລະ ທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງອຸດສາຫະກຳ ແລະ ການຄ້າ ອີຢິບ Said Abdullaf ຢູ່ກອງປະຊຸມຄັ້ງທີ 1 ອະນຸກຳມະການເຕັກນິກການຄ້າ ແລະ ອຸດສາຫະກຳ ຫວຽດນາມ - ອີຢິບ ຢູ່ ກາຍໂຣ ໃນວັນທີ 22 ເມສາ.

        ທີ່ກອງປະຊຸມ, ການນຳກະຊວງອຸດສາຫະກຳ ແລະ ການຄ້າ 2 ປະເທດຢັ້ງຢືນວ່າ ຫວຽດນາມ ແລະ ອີຢິບ ມີການພົວພັນທີ່ເປັນມູນເຊື້ອອັນດີງາມ. 2 ຝ່າຍໄດ້ມີບັນດາຂໍ້ຕົກລົງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ກໍ່ຄືມີທ່າໄດ້ປຽບຫລາຍຢ່າງກ່ຽວກັບທີ່ຕັ້ງພູມສາດ, ຂອບຂະໜາດການຕະຫລາດ. ເຖິງຢ່າງໃດກໍ່ຕາມ, ຂອບຂະໜາດການແລກປ່ຽນການຄ້າລະຫວ່າງ 2 ປະເທດຍັງຢູ່ໃນລະດັບຕ່ຳເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍ ດ້ວຍຍອດວົງເງິນການຄ້າ 2 ຝ່າຍບັນລຸໄດ້ 342 ລ້ານ USD ໃນປີ 2017.

        2 ຝ່າຍເປັນເຈົ້າການຫັນບັນດາປະເພດສິນຄ້າສົ່ງອອກຕາມຄວາມຕ້ອງການ ແລະ ທ່າແຮງຂອງກັນເປັນຫລາຍຮູບຫລາຍແບບ: ຄື ອີຢິບ ມີທ່າແຮງກ່ຽວກັບນ້ຳມັນອາຍແກັສ, ສ່ວນ ຫວຽດນາມ ມີທ່າແຮງກ່ຽວກັບປະເພດສິນຄ້າບໍລິໂພກ, ເຄື່ອງເອເລັກໂຕນິກ, ສິນໃນນ້ຳ, ເຄືຶ່ອງກົນຈັກ…ອີຢິບ ໜູນຊ່ວຍສິນຄ້າ ຫວຽດນາມ ສົ່ງອອກໄປຍັງຕະຫລາດຂອງບັນດາປະເທດອິດສະລາມ.

ຕອບກັບ

ຂ່າວ/ບົດ​ອື່ນ